20:41 | 10/09/2018

ສະຫາຍພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ

ສະຫາຍພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ

ພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ.

ສະຫາຍພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ຕາງຫນ້າຄະນະນຳກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ສະຫາຍພັນເອກພິເສດ ຫງວຽນດົງຮືງ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ປະເທດລາວໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ 2 ກອງທັບກໍຄືລະຫວ່າງກົມກົດລັບກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ນັບມື້ແຫນ້ນແຟ້ນຍິ່ງໆຂຶ້ນ.

ສະຫາຍພັນເອກພິເສດ ຫງວຽນດົງຮືງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍຮອງຫົວຫນ້າກົມໃຫຍ່ເສນາທິການທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະໄດ້ລາຍງານຜົນຂອງການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນລະຫວ່າງສອງກົມກົດລັບຂອງກອງທັບຫວຽດນາມ-ລາວ ໂດຍສະເພາະຕີລາຄາຜົນການຈັດຕັ້ງປະຕິບັດແຜນການຮ່ວມມືປີ 2015-2018 ແລະປຶກສາຫາລືແຜນການຮ່ວມມືປີ 2019-2020, ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດຜົນຕົວຈິງ, ພ້ອມທັງຢືນຢັນວ່າຈະພະຍາຍາມຊຸກຍູ້ສຸດຄວາມສາມາດພ້ອມກັບຝ່າຍລາວໃນການປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບກໍຄືສອງກົມກົດລັບຫວຽດນາມ-ລາວ ໃຫ້ແຫນ້ນແຟ້ນ ແລະຂະຫຍາຍຕົວກວ້າງຂວາງຍິ່ງຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3060.html

In bài biết