10:17 | 17/09/2018

ຫວຽດນາມ-ລາວເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ລາວເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນຕີ ຮວ່າງຊວນຈ໋ຽນ ແລະທ່ານພົນຈັດຕະວາ ບຸນມີ ແສງຄໍາຢອງ ລົງນາມໃນບົດບັນທຶກຄວາມຊ່ວຍຈຳທີ່ກອງປະຊຸມ. (ພາບ: bienphong.com)

ຝ່າຍຫວຽດນາມໂດຍທ່ານພົນຕີ ຮວ່າງຊວນຈ໋ຽນ, ຜູູ້ບັນຊາກອງບັນຊາການທະຫານຊາຍແດນ ເປັນຫົວໜ້າຄະນະ. ສ່ວນຝ່າຍລາວໂດຍທ່ານພົນຈັດຕະວາ ບຸນມີ ແສງຄໍາຢອງ, ຫົວໜ້າກົມໃຫຍ່ສັນຕິບານ ເປັນຫົວໜ້າຄະນະ.

ຕາມການຕີລາຄາທີ່ກອງປະຊຸມແລ້ວ, ສອງຝ່າຍຮັກສາວຽກງານແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງອໍານາດອະທິປະໄຕຜືນແຜ່ນດິນ, ວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ, ການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ, ການເຂົ້າ-ອອກເມືອງຜິດກົດໝາຍ, ການຄ້າມະນຸດເປັນປະຈໍາ...

ທະຫານຊາຍແດນບັນດາແຂວງຂອງຫວຽດນາມ ໄດ້ສົມທົບກັບກໍາລັງປົກປັກຮັກສາຊາຍແດນຂອງລາວ ຈັດຕັ້ງການລາດຕະເວນສອງຝ່າຍປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ. ພິເສດ, ໃນໄລຍະ 2 ປິຜ່ານມາ, ສອງຝ່າຍໄດ້ຍູ້ແຮງຂະບວນການແຮກສ່ຽວລະຫວ່າງບ້ານ ແລະເຂດຊຸມຊົນຢູ່ສອງຟາກຊາຍແດນ.

ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ສອງຝ່າຍກໍ່ໄດ້ແລກປ່ຽນບັນດາບັນຫາຍັງຄົງຄ້າງເພື່ອແນໃສ່ປະຕິບັດວຽກງານສົມທົບກັນຢ່າງມີປະສິດທິຜົນກວ່າອີກ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3056.html

In bài biết