08:32 | 07/08/2018

ເປີດຊຸດຝຶກອົບຮົບ ພະລາທິການ ໃຫ້ພະນັກງານ-ທະຫານ ກອງທັບ ປະຊາຊົນລາວ

ໃນໄລຍະເວລາ 45 ວັນ, ນັກສຳມະນາກອນ ຈຳນວນ 40 ຄົນ ຈະໄດ້ຄົ້ນຄວ້າບາງຫົວຂໍ້ສະເພາະ ຄື: ວຽກງານເສນາທິການ - ພະລາທິການ, ວຽກງານເສນາທິການຢູ່ທ້ອງຖິ່ນ, ວຽກງານຮັບປະກັນນ້ຳມັນເຊື້ອໄຟ; ການນຳໃຊ້ນ້ຳມັນເຊື້ອໄຟ, ບັນດາບັນຫາລວມກ່ຽວກັບວຽກງານເຕັກນິກ; ການບຳລຸງຮັກສາ, ສ້ອມແປງລົດຈັກ ແລະການຮ່ຳຮຽນເອົາບົດຮຽນວຽກງານພະລາທິການຕົວຈິງຢູ່ບາງກົມກອງ.

ເປີດຊຸດຝຶກອົບຮົບ ພະລາທິການ ໃຫ້ພະນັກງານ-ທະຫານ ກອງທັບ ປະຊາຊົນລາວ

ຜູ້ແທນ ແລະນັກສຳມະນາກອນເຂົ້າຮ່ວມຊຸດຝຶກອົບຮົບ. (ພາບ: ຢາງທູຈາງ)

ຜ່ານຊຸດຝຶກອົບຮົບນີ້ແມ່ນເພື່ອແນໃສ່ຍົກສູງລະດັບທິດສະດີ, ແລກປ່ຽນບົດຮຽນໃນວຽກງານບັນຊາເສນາທິການ-ພະລາທິການ, ວຽກງານນ້ຳມັນເຊື້ອໄຟ, ວຽກງານຂົນສົ່ງ, ວຽກງານຄ້າຍທະຫານ ແລະ ກໍ່ສ້າງລະບຽບຫຼວງຂະແໜງພະລາທິການກອງທັບປະຊາຊົນຫວຽດນາມ ເພື່ອໃຫ້ພະນັກງານລາວ ຖອດຖອນ, ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ຊີ້ນຳວຽກງານພະລາທິການຢູ່ບັນດາກົມກອງກອງທັບປະຊາຊົນລາວ. ຈາກນັ້ນປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ, ສະໜິດແໜ້ນທີ່ເປັນມູນເຊື້ອລະຫວ່າງປະຊາຊົນ, ກອງທັບ ແລະ ຂະແໜງພະລາທິການກອງທັບສອງປະເທດຫວຽດນາມ - ລາວ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3054.html

In bài biết