08:04 | 24/08/2018

ຫວຽດນາມ - ລາວ ຮ່ວມການລາດຕະເວນ ລຽບຕາມຊາຍແດນ

ຫວຽດນາມ - ລາວ ຮ່ວມການລາດຕະເວນ ລຽບຕາມຊາຍແດນ

ກໍາລັງທະຫານຊາຍແດນຫວຽດນາມ, ລາວປະຕິບັດການລາດຕະເວນສອງຝ່າຍຢູ່ແມ່ນໍ້ານໍ້າໂມ. (ພາບ: ເຝືອງລິງ)

ໃນການລາດຕະເວນຄັ້ງນີ້, ທັງ 2 ກົມກອງໄດ້ລາດຕະເວນ ຕາມແລວເສັ້ນຊາຍແດນຮ່ວມກັນຫຼາຍກວ່າ 5 ກິໂລແມັດລຽບຕາມລຳແມ່ນໍ້າ ແລະ ຍັງຮ່ວມກັນກວດກາ ຫຼັກແດຮ 409 ຊາຍແດນ ຫວຽດນາມ-ລາວ. ທັງສອງຝ່າຍຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມ ກົດລະບຽບຫຼັກການ, ປະເພນີ, ຫັຼການ ໃນການເຄື່ອນໄຫວການທູດຊາຍແດນ.

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຊອກຫາການກະທຳຜິດຢ່າງທັນການ ແລະ ແກ້ໄຂບັນດາການລະເມີດກົດລະບຽບຊາຍແດນ ທີ່ເກີດຂື້ນຢູ່ເຂດຊາຍແດນຢ່າງທັນທ່ວງທີ; ສົມທົບກັນໃນການປົກປັກຮັກສາເສັ້ນຊາຍແດນຮ່ວມ. ຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມລຽບຕາມແນວຊາຍແດນ.

ເມື່ອສິ້ນສຸດການລາດຕະເວນແລ້ວ, ສອງຝ່າຍໄດ້ຈັດຕັ້ງການຖອດຖອນບົດຮຽນ, ລົງນາມໃນບົດບັນທຶກຮັບຮອງ ໝາກຜົນ ຂອງ ວຽກງານການຄຸ້ມຄອງ, ປົກປັກຮັກສາຊາຍແດນໃນໄລຍະຜ່ານມາ; ພ້ອມທັງວາງອອກແຜນນະໂຍບາຍ, ແກ້ໄຂ ແລະ ເຫັນດີເປັນເອກະພາບກ່ຽວກັບເວລາ, ຈໍານວນພົນທະຫານໃຫ້ການລາດຕະເວນ ຮ່ວມກັນໃນຄັ້ງຕໍ່ໄປ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3045.html

In bài biết