ອັດຊຸດຝຶກອົບຮົມປະຫວັດສາດການທະຫານໃຫ້ແກ່ກອງທັບລາວ
|
ມອບໃບຢັ້ງຢືນໃຫ້ບັນດາພະນັກງານຂອງກອງທັບປະຊາຊົນລາວ. (ພາບ: ຮວ່າງຫວູ້)
ທ່ານພັນເອກພິເສດ ເຢືອງຮົ່ງແອງ ຕີລາຄາບັນດາພະນັກງານຂອງກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມໄດ້ມານະພະຍາຍາມ, ສຸມໃສ່ຮໍ່າຮຽນ ແລະຕັ້ງໜ້າຄົນຄວ້າ, ຮັບຮູ້ບົດຮຽນ, ເປັນເຈົ້າການແລກປ່ຽນກັບຄູອາຈານເພື່ອເຂົ້າໃຈແຈ້ງກວ່າບັນດາບັນຫາທິດສະດີ ແລະບົດຮຽນໃນການຄົ້ນຄວ້າ. ທ່ານພັນເອກພິເສດ ເຢືອງຮົ່ງແອງ ສະແດງຄວາມຫວັງວ່າດ້ວຍຄວາມຮູ້ ແລະບົດຮຽນພຶດຕິກໍາຕົວຈິງ, ເມື່ອກັບຄືນປະເທດ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຈະແມ່ນບັນດາແກ່ນສານໃຫ້ແກ່ການພັດທະນາຂອງຂະແໜງປະຫວັດສາດການທະຫານລາວ, ປະກອບສ່ວນຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດປະຫວັດສາດການທະຫານໃຫ້ບັນລຸໝາກຜົນທີ່ດີຫຼາຍຢ່າງ.
(ແຫຼ່ງຂໍ້ມູນ: ກປ.ອອນໄລ)