09:08 | 20/07/2018

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ

ສາດສະດາຈານ, ປອ ໂດກວຽດ ຜູ່້ອໍານວຍການວິທະຍາຄານເສນາຮັກຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ: ອິນ​ເຕີ​ແນັດ)

ກອງປະຊຸມວິທະຍາສາດຄັ້ງທໍາອິດ ຈະຊ່ວຍໃຫ້ຖັນແຖວຄູອາຈານ, ນັກປາຖະກະຖາຂອງລາວ ສາມາດອັບເດັດຄວາມຮູ້ທາງດ້ານວິທະຍາສາດ, ສ້າງລະບົບແນວຄິດ ຄົ້ນຄວ້າວິທະຍາສາດ, ຊ່ວຍຍົກສູງຄຸນນະພາບການສິດສອນ. ກອງປະຊຸມກໍແມ່ນກາລະໂອກາດ ເພື່ອໃຫ້ພະນັກງານ, ຄູອາຈານຂອງສອງວິທະຍາຄານ ໄດ້ແລກປ່ຽນຄວາມຮູ້ ແລະ ບົດຮຽນໃນຂົງເຂດຄົ້ນຄວ້າວິທະຍາສາດ, ຊ່ວຍບໍາລຸງສ້າງຖັນແຖວບັນດານັກວິທະຍາສາດຜູ້ໜຸ່ມແໜ້ນ ເພື່ອຮັບໃຊ້ວຽກງານບົ່ງມະຕິພະຍາດ, ປິ່ນປົວ ແລະ ເບິ່ງແຍງດູແລສຸຂະພາບໃຫ້ແກ່ທະຫານ.

ສິ້ນສຸດກອງປະຊຸມ, ວິທະຍາຄານເສນາຮັກຫວຽດນາມ ແລະ ວິທະຍາຄານເສນາຮັກລາວ ໄດ້ລົງນາມໃນບົດບັນທຶກເຮັດວຽກ ກ່ຽວກັບແຜນການຮ່ວມມືປີ 2018 – 2019.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-3037.html

In bài biết