07:19 | 21/10/2019

ໄທ​ ຈະ​ມອບຕຳ​ແໜ່ງ​ປ​ະ​ທານ​ອາຊຽນ ໃຫ້​ແກ່ຫວຽດ​ນາມ ນັບ​ແຕ່​ເດືອນ​ພະ​ຈິກ​ປີ 2019

ໄທ​ ຈະ​ມອບຕຳ​ແໜ່ງ​ປ​ະ​ທານ​ອາຊຽນ ໃຫ້​ແກ່ຫວຽດ​ນາມ ນັບ​ແຕ່​ເດືອນ​ພະ​ຈິກ​ປີ 2019

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 2 – 4 ພະຈິກຢູ່ປະເທດໄທ.(ພາບ:bangkokpost.com)

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 2 – 4 ພະຈິກຢູ່ປະເທດໄທ, ໂດຍມີການເຂົ້າຮ່ວມຂອງບັນດາການນຳ ແລະຜູ້ຕາງໜ້າທີ່ມາຈາກກວ່າ 20 ປະເທດ.ກອງປະຊຸມສຸດຍອດ ອາຊຽນມີເປົ້າໝາຍຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາປະເທດຄູ່ຮ່ວມມື.

ບັນດາການນຳແລະ ຜູ້ຕາງໜ້າທີ່ມາຈາກ ກ່ວາ 20 ປະເທດ ຈະສຸມໃສ່ປຶກສາຫາລືບັນດາຍຸດທະສາດຊຸກຍູ້ການເຕີບໂຕເສດຖະກິດ ແລະ ວິໄສທັດອາຊຽນ ກ່ຽວກັບ ມະຫາສະມຸດອິນເດຍ - ປາຊີຟິກ, ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງບັນດາປະເທດຢູ່ທະວີບ ແລະ ບັນດາ ທະເລຢູ່ເຂດຫາສະມຸດອິນເດຍ - ປາຊີຟິກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-303.html

In bài biết