15:36 | 29/06/2018

ຄ້າຍທະຫານຊາຍແດນ ລ່າງຮໍ ແຮກສ່ຽວກັບ ກອງຮ້ອຍທະຫານຊາຍແດນ 321 ລາວ

ຄ້າຍທະຫານຊາຍແດນ ລ່າງຮໍ ແຮກສ່ຽວກັບ ກອງຮ້ອຍທະຫານຊາຍແດນ 321 ລາວ

ທະ​ຫານ​ຊາຍ​ແດນ​ທັງ​ສອງ​ຝ່າຍ​ເຊັນ​ສັນ​ຍາ​ແຮກ​ສ່ຽວ.

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ທັງ​ສອງກອງ​ທັບ ໄດ້​ປະ​ສານ​ສົມ​ທົບ ຈັດ​ຕັ້ງ​ປະ​ຕິ​ບັດດີ​ບັນ​ດາ​ວຽກ​ງານ, ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ຕັ້ງ​ໜ້າໃຫ້​ແກ່​ປະ​ຊາ​ຊົນເຂດ​ຊາຍ​ແດນ ປະ​ຕິ​ບັດ ແລະ ນັບ​ຖື​ກົດ​ລະ​ບຽບ​ເປັນຢ່າງ​ດີ, ນະ​ໂຍ​ບາຍ ແນວ​ທາງ​ຂອງ​ສອງ​ປະ​ເທດ; ຈັດ​ຕັ້ງ​ຫຼາຍ​ຮ້ອຍ​ຄັ້ງ​ໃນ​ການ​ກວ​ດ​ກາ​ເວນ​ຍາມ​ປ້ອງ​ກັນ​ຊາຍ​ແດນ, ຫຼັກ​ແດນ ແລະ ເຜົ້າ​ລະ​ວັງ, ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຫຼາຍໆ​ຄະ​ດີ ທີ່​ເຮັດ​ຜິດ​ກົດ​ໝາຍ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຢູ່​ເຂດ​ຊາຍ​ແດນ.

ທັງ​ສອງ​ຈະ​ປະ​ສານ​ສົມ​ທົບ​ຮັດ​ແໜ້ນ​ໃນ​ການ​ຕໍ່​ສູ້​ຕ້ານ​ອາດ​ສະ​ຍາ​ກຳຄື: ລັກ​ລອບ​ຂ້າມ​ຊາຍ​ແດນ, ລ່າ​ສັດ​ຫວງ​ຫ້າມ, ຂົນ​ສົ່ງ-ຂາຍ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ, ຄ້າ​ອາ​ວຸດ, ລະ​ເບີດ ຂ້າມ​ຊາຍ​ແດນ, ອົບ​ພະ​ຍົບ​ທີ່​ຜິດ​ກົດ​ໝາຍ.

ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ກະ​ພາບ​ນຳ​ກັນ​ວ່າ 3 ເດືອນ​ໃດ​ຈະຈັດ​ກອງ​ກຳ​ລັງ​ເພື່ອກວດ​ກາ​ຮ່ວມ​ສອງ​ຝ່າຍ 1 ຄັ້ງ​ເພື່ອ​ປ້ອງ​ການ​ຫຼັກ​ແດນ, ເສັ້ນ​ທາງ​ຊາຍ​ແດນ, ເສັ້ນ​ທາງ​ຜ່ານ ແລະ ບັນ​ດາ​ໂຄງ​ການ​ທີ່​ກ່ຽວ​ຂໍ້​ກັບ​ທັນ​ສອງ​ຝ່າຍ ວຽກ​ງານ​ຊາ​ຍ​ແດນ ແລະ ສະ​ພາບ​ຄວາມ​ສະ​ຫງົບ ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເຂດ​ຊາຍ​ແດນ; ຕື່ນ​ໂຕ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ວຽກ​ງານ ຕ້ານ​, ສະ​ກັດ​ກັ້ນ, ແກ້​ໄຂ​ບັນ​ຫາ​ຜົນ​ກະ​ທົບ, ໂລກ​ພະ​ຍ​າດ, ຄອບ​ຄົບ ຊ່ວຍ​ຊີ​ວິດ​ຜູ່​ເຄາະ​ຮ້າຍ ແລະ ຊ່ວຍ​ເຫຼືອ​ທາງ​ດ້ານ​ສິດ​ທິ​ມະ​ນົດ​ສິ​ຍາ​ຊົນ.

ໃນ​ງານ​ພິ​ທີດັ່ງ​ກ່າວ ຄ້າຍ​ທະ​ຫານ​ຊາຍ​ແດນ ລ່າງ​ຮໍ , ກອງ​ບັນ​ຊາ​ການ ທະ​ຫານ​ຊາ​ແດນ ແຂ​ວງ​ກ້​ວາງ​ບິ່ງ​ ກໍ່​ໄດ້​ອຸ​ປະ​ຖຳ​ນ້ອງ​ນ້ອຍ: ໂຮ່​ທິ​ເງິນ​, ຮຽນ​ຫ້ອງ​ປໍ 1 , ໂຮງ​ຮຽນ​ກິນນອນ ພະ​ບາງ , ເມືອງ​ເຊ​ໂປນ, ແຂວງ​ສະ​ຫວັນ​ນະ​ເຂດ​ເດືອນ​ລະ 500.000ດົ່ງ, ແຕ່ ເດືອນ ມິ​ຖຸ​ນາ ປີ 2013 ໄປ​ຈົນ​ເຖິງ​ລາວ​ຈະ​ບັນ​ລຸ​ນິ​ຕິ​ພາບ​ວະ ; ນອກນັ້​ຍັງ​ປະ​ສານ​ສົມ​ທົບ​ຮ່ວມ​ກັບ​ອຳ​ນາດ​ການ​ປົກ​ຄອງ ບ້ານ​ກົກ, ກູ່ມ​ບ້ານ ຊຽງ​ຕູບ ຄະ​ນະ​ກຳ​ມະ​ການ ອຳ​ນວຍ​ການ​ໂຮງ​ຮຽນ ກິນນອນ ຢູ່​ ຫຼວງ​ພະ​ບາງ​ໄດ້​ຢ້ຽມ​ຢາມ​ຖາມ​ຂ່າວ, ໃຫ້​ກຳ​ລັງ​ໃຈ, ຊ່ວຍ​ເຫຼືອ​ເພີ່ມ​ຫຼາຍ​ຂື້ນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3018.html

In bài biết