ວາດສະໜາແຫ່ງຄວາມຮັກ ຫວຽດ-ລາວ
ປະທານ ໂຮ່ຈີ໋ມິງ ແລະ ສົມເດັດ ສຸພານຸວົງ. (ພາບ: ເອກກະສານ)
ໃນປີ 1937, ພາຍຫລັງກັບຈາກການສຶກສາຢຸ່ປະເທດຝຣັ່ງເປັນເວລາດົນນານ , ພະອົງໄດ້ຈົບຈາກໂຮງຮຽນກໍ່ສ້າງຂົວທາງ ແຫ່ງຊາດ ປາຣີ, ສົມເດັດ ສຸພານຸວົງ ກັບຄືນມາ ແຂວງ ຍາຈາງ, ສສ ຫວຽດນາມ, ເປັນພະນັກງານ ໃຫ້ ຫ້ອງການ ປົກຄອງ ຝຣັ່ງ ພາກກາງ.
ລົງຈາກ ສະຖານີລົດໄຟ ຍາຈາງ, ສິ່ງທີ່ປະຈັກຕາ ທໍາອິດ ຂອງເພິ່ນແມ່ນປ້າຍຊື່ໂຮງແຮມ "Bon Air Hotel" ຊຶ່ງມີຄວາມຫມາຍວ່າ "ອາກາດສົດໃສ". ໝູ່ເພື່ອນຂອງເພິ່ນໄດ້ບອກວ່າໃຫ້ເລືອກເອົາໂຮງແຮມນີ້ ເປັນທີ່ພັກອາໄສ ໃນໄລຍະເວລາທີ່ເຮັດວຽກຢູ່ເມືອງ ຍາຈາງ. ແລະສະຖານທີ່ແຫ່ງນີ້ເອງເປັນບ່ອນທີ່ ທ່ານໄດ້ພົບກັບສຸພາບສັດຕີ ຂອງຊີວິດເພິ່ນ - ທ່ານນາງ ຫງວ໋ຽນທິກີ່ນາມ ຊື່ຂອງເພິ່ນມີຄວາມໝາຍເຖິງ ວັດຖຸອັນລ້ຳຄ່າຂອງ ເມືອງ ແຂ໋ງຮວ່າ.
ຄຳທຳນາຍແຫ່ງໂຊກສະຕາ
ທ່ານ ນາງ ກີ່ນາມ ແມ່ນບຸດຂອງ ທ່ານ ຫງວ໋ຽນວັນຊຸງ, ຫົວໜ້າໄປສະນີ ແຂ໋ງຮວ່າ ແລະ ທັງເປັນ ເຈົ້າຂອງ ໂຮງແຮມ Bon Air, ທັງມີຊື່ສຽງທັງມີຄວາມງົດງາມດັ່ງໄປທົ່ວພາກກາງ, ທັງເປັນ ນັກຮຽນຂອງ ໂຮງຮຽນ ດົ່ງແຂ໋ງ ໄດ້ຮັບການສຶກສາ, ອົບຮົມຕາມແບບແຜນການຮຽນຂອງຕາເວັນຕົກ. ຝັງເພິ່ນເລົ່າວ່າ: ໃນການປະກວດນາງງາມ ພາກກາງ ຍານາງ ກີ່ນາມ ເພິ່ນໄປພຽງແຕ່ຈະໃຫ້ກຳລັງໃຈໝູ່ເພິ່ນທີ່ເຂົ້າຮ່ວມໃນການປະກວດດັ່ງກ່າວເທົ່ານັ້ນ. ແຕ່ວ່າສິ່ງທີ່ໜ້າແປກໃຈເປັນຢ່າງຍິ່ງກໍ່ຄື ໜື່ງໃນຄະນະກຳມະການ ການປະກວດ ໄດ້ແລເຫັນເຖິງ ໂສມງາມ ເປັ່ງປະກາຍ ຂອງພະນາງທີ່ນັ່ງເປັນທ່ານຜູ່ຊົມຢູ່ຂ້າງລຸ່ມ ແລະ ໄດ້ເຊີນ ພະນາງ ເຂົ້າຮ່ວມໃນງານປະກວດ. ພອນສະຫວັນ, ໂສມງາມ ອັນສົມບູນ ໃນທ້າຍສຸດຂອງການປະກວດ ໄດ້ເລືອກເອົາ ພະນາງ ເປັນນາງງາມປະຈຳປີດັ່ງກ່າວ.
ທ່ານນາງ ກີ່ນາມ ກໍ່ຄືຜູ່ທຳອິດທີ່ ສົມເດັດ ສູພານຸວົງ ພົບເມື່ອກ້າວເຂົ້າພັກທີ່ໂຮງແຮມ Bon Air. ຕອນນັ້ນຍານາງ ກີ່ນາມ, ລູກສຸດທີ່ຮັກຂອງເຈົ້າຂອງໂຮງແຮມ ຢືມຢູ່ທີ່ເຂົາເຕີ້ຕ້ອນຮັບແຂກ ໃນຊຸດເສື້ອຍາວ() ສີຊົມພຸ ອັນມີສະເໜ່. ເມື່ອຫວນຄືນເຖິງຄຳທຳນາຍທາຍທັກ ໃນເມື່ອກ່ອນ ແລະ ຄວາມຮູ້ສືກຂອງຫົວໃຈ “ຖືກລູກສອນ”, ເພິ່ນເຊື່ອໝັ້ນຢ່າງທັນທີທັນໃດວ່າ ນີ້ແມ່ນເນື້ອຄູ່ຂອງເພີ່ນ ແລະ ແມ່ນສຸພາບສັດຕີທີ່ເພີ່ນຈະເອົາເປັນພັນລະຍາ. ວັນເວລາທີ່ພັກອາໄສຢູ່ທີ່ໂຮງແຮມ Bon Air ໄດ້ຊ່ວຍໃຫ້ ສົມເດັດ ສູພານຸວົງ ແລະ ພະນາງ ກີ່ນາມ ໄດ້ປ່ຽນຈາກຄວາມເປັນເພື່ອນກາຍມາເປັນ ຄວາມຮັກຢ່າງໄວວາ. ພາຍຫຼັງ 6 ເດືອນ ນັບແຕ່ມື້ພົບກັນຄັ້ງທຳອິດ ຄູ່ຊາຍເກັ່ງຍິງງາມ ລາວ-ຫວຽດ ໄດ້ກາຍມາເປັນ ສາມີພັນລະຍາ ຄືກັບຄຳທຳນາຍ. ວັນທີ 19 ມັງກອນ 1938, ງານວິວາ ລະຫວ່າງ ສົມເດັດ ສຸພານຸວົງ ແລະ ພະນາງ ກີ່ນາມ ໄດ້ຈັດຂື້ນ ທີ່ ໂຮງແຮມ Grand , ປະຈຸບັນແມ່ນ ເຮືອນຮັບຮອງ 44 ເຈີ່ນຟູ໋, ຍາຈາງ.
ປະທານ ໂຮ່ຈີ໋ມິງ ຕ້ອນຮັບ ທ່ານນາງ ວຽງຄຳ ຫງວ໋ຽນກີ່ນາມ ທີ່ ເຮືອນຮັບແຂກປະທານປະເທດ. (ພາບ: ເອກກະສານ)
ຄວາມຮັກບໍ່ມີພົມແດນ
ຫຼັງຈາກແຕ່ງງານແລ້ວ, ເພີ່ນໄດ້ຕັ້ງຊື່ໃໝ່ໃຫ້ພັນລະຍາຂອງເພີ່ນ ຄື: ວຽງຄຳ ສຸພານຸວົງ - ເຊິ່ງມີຄວາມຫມາຍວ່າ ຮູບພາບ ທອງຄໍາ ອັນລ້ຳຄ່າ ຂອງ ລາດສະວົງ ສຸພານຸວົງ. ພຽງແຕ່ການຕັ້ງຊື່ ໃໝ່ໃຫ້ພັນລະຍາຂອງເພິ່ນກໍ່ເຫັນໄດ້ຄວາມຮັກ ແລະ ເຄົາລົບ ຕໍ່ພະນາງກີ່ນາມ ຫຼາຍປານໃດ. ນັບຕັ້ງແຕ່ນັ້ນມາ, ນາງງາມປະຈຳປີ ຂອງ ດິນແດນ ພາກກາງ ໄດ້ປະຊີວິດອັນສະບາຍ ຂອງລູກສາວຄົນຮັ່ງມີ ຢູ່ ຍາຈາງ , ຍອມຮັບແລະຕິດຕາມໄປຕາມເສັ້ນທາງຂອງຜູ່ເປັນຜົວ - ເສັ້ນທາງທີ່ຕັ້ງແຕ່ທຳອິດຂອງການແຕ່ງງານກັນ, ສົມເດັດ ສຸພານຸວົງ ໄດ້ເວົ້າກັບ ຜູ່ເປັນພັນລະຍາ ສຸດທີ່ຮັກຂອງເພີ່ນຢ່າງຈະແຈ້ງວ່າ: " ມັນຈະເປັນເສັ້ນທາງແຫ່ງການຕໍ່ສູ້ກູ້ຊາດຍາດເອົາປະເທດ ລາວ ທີ່ເປັນເອກະລາດ ທີ່ແທ້ຈິງໃຫ້ປະຊາຊົນລາວ" - ເສັ້ນທາງທີ່ຍັງບໍ່ທັນໄດ້ເດີນ ແຕ່ຮູ້ຈັກວ່າຈະມີໜາມ ລຳບາກ ກວ່າທຸກເສັ້ນທາງອື່ນໆ.
ແຕ່ເພີ່ນບໍ່ໄດ້ເລືອກຄົນຜິດໃນການຮ່ວມແບ່ງປັນຄວາມລຳບາກດັ່ງກ່າວນຳກັນ, ເມື່ອເພິ່ນໄດ້ຕັດສິນໃຈ ເຂົ້າຮ່ວມການປະຕິວັດ ຍາດເອົາຄວາມເປັນເອກກະລາດ ສິດເສລີພາບ ໃຫ້ຜືນແຜ່ນດິນລາວທີ່ຮັກແພງຂອງເພິ່ນ. ທ່ານນາງ ວຽງຄຳ ກີ່ນາມ ມີຄຸນນະສົມບັດຄົບ ແຫ່ງການເສຍສະລະ ຂອງສຸພາບສັດຕີ ຫວຽດນາມ. ໃນຖານະທີ່ເປັນ ຍິງສາວຫວຽດນາມມາເປັນສະໄພ້ ໃນລາດສະວົງ ທີ່ມີຊື່ສຽງຂອງ ລາວ, ທ່ານນາງ ວຽງຄຳ ກີ່ນາມ ໄດ້ກຸນລະສັດຕີທີ່ມີຄຸນສົມບັດຄົບຖ້ວນ ຂອງການເປັນ ຜົວແກ້ວເມຍທີບ ກັບ ສົມເດັດ ສຸພານຸວົງ. ເຖິງແມ່ນວ່າໃນເວລາທີ່ ສົມເດັດ ສຸພານຸວົງ ພົບກັບຄວາມຫຍຸ້ງຍາກ, ຖືກຈັບຄຸມຂັງ ຫຼື ໃນໄລຍະ ການຕໍ່ສູ້ຕ້ານທີ່ມີຄວາມທຸກຍາກລຳບາກ ອັນລະອິດລະອ້ຽວ, ທ່ານນາງ ວຽງຄຳ ຍັງຄົງຢູ່ຄຽງຂ້າງຜູ່ເປັນຜົວຢ່າງບໍ່ຫວັ່ນໄຫວ.
ໃນໄລຍະແຫ່ງການຕໍ່ສູ້ຕ້ານ ຈັກກະພັດ ຝຣັ່ງ ແລະ ອາເມຣິກາ, ມີບາງຄັ້ງ, ທ່ານປະທານ ສຸພານຸວົງ ເພິ່ນໄດ້ອອກສຸ່ສະໜາມຮົບ , ທ່ານນາງ ວຽງຄຳ ຫງວ໋ຽນທິກີ່ນາມ ຕ້ອງໄດ້ລ້ຽງລູກພຽງຄົນດຽວ, ພາລູກໆອົບພະຍົບ ລີ້ຊ່ອນ. ໃນເວລາທີ່ສົມເດັດ ສຸພານຸວົງ ຖືກພວກກະບົບຕໍ່ຕ້ານ ຈັບຕົວໄດ້ , ທ່ານນາງ ວຽງຄຳ ໄດ້ເອົາຊີວິດເຂົ້າສ່ຽງ ໃນການຊຸກເຊື່ອງເອກກະສານ ໃນໂຕຂອງ ລູກຊາຍ ທີ່ຫາກໍ່ເກີດໄດ້ ບໍ່ເທົ່າໃດເດືອນ ເພື່ອສົ່ງເຂົ້າໄປໃຫ້ເພິ່ນ ເຖິງໃນຄຸກຄຸມຂັງ ແຕ່ລະຄັ້ງທີ່ເຂົ້າຢ້ຽມຜົວຂອງຕົນ. ກໍ່ແມ່ນເພິ່ນເອງທີ່ເປັນຄົນບືນພາບັນດາລູກນ້ອຍຈາກປະເທດລາວ ມາຮອດ ຮ່າໂນ້ຍເພື່ອພົບປະທານ ໂຮ່ຈີ໋ມິງ, ເພື່ອຂໍຄວາມຊ່ວຍເຫຼືອ ຊ່ວຍທ່ານສຸພານຸວົງ.
ເຈົ້າບ່າວ ທ່ານປະທານ ສຸພານຸວົງ ແລະ ເຈົ້າສາວ ຫງວ໋ຽນທິກີ່ນາມ.(ພາບ: ເອກກະສານ)
ແມ່ຍິງທີ່ສູງສົ່ງຕິນເປົ່າ
ພາຍຫລັງ ຜົນສຳເລັດແຫ່ງ ການປະຕິວັດ ປະຊາທິປະໄຕ ປະຊາຊົນລາວ, ເມື່ອພັນລະຍາຂອງປະທານປະເທດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແຕ່ທ່ານນາງ ວຽງຄຳ ດຳເນີນຊີວິດດ້ວຍຄວາມລຽບງ່າຍ. ເພີ່ນຍັງ ຈ້ອງຂາໂສ້ງ ພວນດິນ ປູກຜັກ, ຍັງເຂົ້າເຮືອນຄົວແຕ່ງກິນໃຫ້ ຜົວ ແລະ ລູກໆ ດ້ວຍອາຫານຫວຽດນາມ. ນອກນັ້ນເພິ່ນຍັງຮຽນແຕ່ງອາຫານ ລາວ ເພື່ອແຕ່ງກິນໃຫ້ ສົມເດັດ ສຸພາ ຕອນທີ່ເພິ່ນຢາກກິນນຳອີກ. ທ່ານນາງ ວຽງຄຳ ຍັງໄດ້ສອນພາສາຫວຽດ ແລະ ພາສາລາວ ໃຫ້ ລູກໆ ແລະ ສອນໃຫ້ຮູ້ກ່ຽວກັບຄວາມສາມັກຄີ ລະຫວ່າງ ສອງປະເທດ ລາວ-ຫວຽດ. ໃນເວລາທີ່ ສົມເດັດ ສຸພານຸວົງ ຕິດພາລະກິດ ຫຼື ເມື່ອຍລ້າ, ກົດດັນກ່ຽວກັບ ວຽກງານ , ທ່ານນາງ ວຽງຄຳ ເຄີຍໃຫ້ຄຳສະເໜີ ແລະ ຕັກເຕືອນ ອັນມີຄຸນຄ່າ ຕໍ່ ທ່ານປະທານ.
ຄອບຄົວຂອງເພິ່ນມີ ບຸດນຳກັນ ຈຳນວນ 10 ຄົນ, ລູກເພິ່ນທັງ 10 ພະອົງ ລ້ວນແລ້ວແຕ່ຕັ້ງຊື່ເປັນພາສາຫວຽດ, ຮູ້ພາສາຫວຽ, ແລະ ເຄີຍສຶກສາຮ່ຳຮຽນທີ່ ສສ ຫວຽດນາມ, ຜູກພັນກັບປະຊາຊົນຊາວຫວຽດນາມ. ລູກຊາຍເພິ່ນບາງພະອົງກໍ່ຍັງໄດ້ເອົາພັນລະຍາເປັນ ຊາວຫວຽດນາມ. ແລະ ບັນດາຫຼານໆຂອງເພິ່ນກໍ່ສືບຕໍ່ບົນເສັ້ນທາງດັ່ງກ່າວ, ໄປຫວຽດນາມ ເພື່ອຮ່ຳຮຽນເພື່ອຫວນຄືນບ້ານ ສ້າງສາພັດທະນາ ຊາດບ້ານເມືອງ. ທຸກໆຄົນໄດ້ເວົ້າວ່າ ພາຍໃນຕົນຂອງພວກເພິ່ນ ເຄິ່ງໜື່ງແມ່ນມີສາຍເລືອດຫວຽດນາມ ແລະ ພວກເພິ່ນມີຄວາມພາກພູມໃຈທີ່ເປັນແນວນັ້ນ. ລ້ວນແລ້ວ ພວກເຂົາຮູ້ຈັກຫວຽດນາມແລະພວກເຂົາໄດ້ສຶກສາຢູ່ຫວຽດນາມ, ພວກເຂົາຕິດກັບຊາວຫວຽດນາມ.
ລູກສາວຄົນທີ 5 ຂອງເພິ່ນ, ຊື່ວ່າ: ທ່ານນາງ ຍອດແກ້ວມະນີ ສຸພານຸວົງ (ຊື່ພາສາຫວຽດນາມ ກ່ຽວງາ Kiều Nga) - ໄດ້ສືບທອດ ຄວາມງາມຂອງແມ່ຂອງເພິ່ນ -ທ່ານນາງ ວຽງຄຳ ຫງວ໋ຽນທິກີ່ນາມ . ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ເປັນຫົວໜ້າກົມ ການຄົ້ນຄວ້າ , ຮອງຄະນະກຳມະການ ຫ້ອງການສູນກາງພັກ. ເພິ່ນຍັງເຄີຍຮ່ຳຮຽນ ຢູ່ຫວຽດນາມ ສະນັ້ນ ເພິ່ນສາມາດເວົ້າພາສາຫວຽດ ເກັ່ງຄືກັນກັບຄົນຫວຽດນາມ.
ເພິ່ນຍັງເລົ່າວ່າ: ໃນທຸກໆມື້, ແມ່ຂອງເພີ່ນເປັນຄົນທີ່ ເອົາໃຈໃສ ສັ່ງສອນ ລູກໆ, ແຕ່ງອາຫານອັນທີ່ແຊບທີ່ສຸດ ໃຫ້ຜົວແລະລູກໆ ດ້ວຍຕົວຂອງເພີ່ນເອງ, ເຖິງແມ່ນວ່າ ຢູ່ອ້ອມຂ້າງຂອງທ່ານສຸພາ ຢາມໃດກໍ່ມີຜູ້ຊ່ວຍ ແລະ ຮັບໃຊ້. ໃນມື້ທີ່ ທ່ານປະທານ ສຸພານຸວົງ ເຈັບໄຂ້ ແລະ ຕອນທີ່ເພິ່ນເສຍຊີວິດ ເພິ່ນໄດ້ເລົ່າກັບໄປກັບມາ ກ່ຽວກັບເລື່ອງວາດສະໜາທີ່ເພິ່ນພົບກັນແຕ່ຄາວຍັງເປັນບ່າວສາວ.
ທ່ານນາງ ວຽງຄຳ ຫງວ໋ຽນກີ່ນາມ ເສຍຊີວິດໃນວັນທີ 1 ກັນຍາ 2006.
(ຫັດທະບູນ)