10:01 | 07/06/2018

ທ້ອນໂຮມ 25 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ພາກເໜືອຂອງປະເທດ ລາວ

ຂໍ້ມູນຂ່າວສານກ່ຽວກັບບັນດານັກຮົບເສຍສະຫຼະຊີວິດເພ່ືອຊາດ ໂດຍປະຊາຊົນທ້ອງຖິ່ນສະໜອງໃຫ້, ພະນັກງານນັກຮົມ ຊອກເຫັນຢູ່ບັນດາຖ້ຳຫີນຂຶ້ນກັບເມືອງ ປາກອູ, ແຂວງ ຫຼວງພະບາງ ແລະເມືຶອງງາ, ແຂວງ ອຸດົມໄຊ (ປະເທດ ລາວ). ວັດຖຸພັນທ່ີ່ຊອກເຫັນພ້ອມກັບອັດຖິລວມມີ: ຜ້ານີລົງ, ພື້ນຮອງເກີບ, ຝາບີດົງ, ກະສອບລູກປືນ K56, … ຕາມປະຊາຊົນທ້ອງຖິ່ນ, ໃນເມື່ອກ່ອນທະຫານຫວຽດນາມ ເຄີຍສູ້ຮົບຢູ່ສອງເມືອງນີ້.


ທ້ອນໂຮມ 25 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ພາກເໜືອຂອງປະເທດ ລາວ

ຊອກຫາອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ພາກເໜືອປະເທດ ລາວ. (ພາບ: ເທ໋ຢາງ)

ໂດຍໄດ້ຮູ້ວ່າ, ກອງບັນຊາການທະຫານເຂດ 2 ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງສອງປະເທດ ເພື່ອສ້າງແຜນການຈັດຕັ້ງພິທີມອບສົ່ງອັດຖິທະຫານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ. ກ່ອນອື່ນໝົດຈະຈັດຈັ້ງພິທີໄວ້ອາໄລ ແລະປົງອັດຖິບັນດາທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ໃນເດືອນ ມິຖຸນາ ນີ້.

ຫວັງຢ່າງຍິ່ງວ່າບັນດານັກຮົບເກົ່າ, ຊ່ຽວຊານທະຫານອາສາສະໝັກຫວຽດນາມ ທີ່ເຄີຍສູ້ຮົບ, ປະຕິບັດງານໃນການຕໍ່ຕ້ານຄັ້ງຕ່າງໆຢູ່ ສປປ.ລາວ, ພິເສດແມ່ນຢູ່ບັນດາແຂວງ ຫຼວງພະບາງ, ອຸດົມໄຊ ສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາທະຫານທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ກົມກອງເພື່ອຢັ້ງຢືນຊື່ ແລະນາມສະກຸນ ບັນດາທະຫານທີ່ເສຍສະຫຼະຊີວິດເພື່ອຊາດ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3012.html

In bài biết