09:59 | 22/10/2019

ລັດຖະມົນຕີກະສິກຳ-ປ່າໄມ້ອາຊຽນ ຮັບຮອງເອົາເອກະສານສຳຄັນ 31 ສະບັບ

ລັດຖະມົນຕີກະສິກຳ-ປ່າໄມ້ອາຊຽນ ຮັບຮອງເອົາເອກະສານສຳຄັນ 31 ສະບັບ

ລັດຖະມົນຕີກະສິກຳ-ປ່າໄມ້ອາຊຽນ ຮັບຮອງເອົາເອກະສານສຳຄັນ 31 ສະບັບ

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ດັ່ງ­ກ່າວ ເພື່ອ​ລາຍ​ງານ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໃນ​ຊຸມ​ປີ­ຜ່ານ­ມາ ແລະ ແຜນ­ການ​ຕໍ່­ໜ້າ​ໃນ​ຂອບ​ການ​ຮ່ວມ​ມື​ດ້ານ​ສະ­ບຽງ​ອາ­ຫານ ກະ­ສິ­ກຳ ແລະ ປ່າ­ໄມ້​ອາ​ຊຽນ ແລະ ການ​ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ​ອາ​ຊຽນ+3 (ຍີ່­ປຸ່ນ ສປ ຈີນ ສ ເກົາ­ຫຼີ) ອິນ​ເດຍ ແລະ ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາ​ຕ່າງໆ​ທີ່​ກ່ຽວ­ຂ້ອງ.

ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ກະ­ສິ­ກຳ ແລະ ປ່າ­ໄມ້ ອາ​ຊຽນ ຄັ້ງ​ທີ 41 ໄດ້​ຕົກ­ລົງ​ຮັບ­ຮອງ​ເອົາ​ເອ­ກະ­ສານ 31 ສະ­ບັບ ເຊິ່ງ​ເປັນ​ເອ­ກະ­ສານ​ດ້ານ​ນະ­ໂຍ­ບາຍ ແຜນ­ການ ແລະ ເຕັກ­ນິກ​ໃນ​ວຽກ​ງານ​ກະ­ສິ­ກຳ ແລະ ປ່າ ໄມ້ ພ້ອມ​ດຽວ​ກັນ ຍັງ​ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊຽນ ວ່າ​ດ້ວຍ​ໂຄງ­ການ​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ ແລະ ປ່າ­ໄມ້ (MOU on ASEAN Co-operation in Agriculture and Forest Products Promotion Scheme).

ໂອ­ກາດ​ນີ້ ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ແລະ ຄະ­ນະ ຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ພົບ​ປະ​ສອງ​ຝ່າຍ​ຮ່ວມ​ກັບ ສະ­ພາ​ທຸ­ລະ​ກິດ​ອາ​ຊຽນ-ສ ອາ​ເມ​ຣິ​ກາ ເຊິ່ງ​ໄດ້​ມີ​ການ​ລາຍ​ງານ​ສະ­ພາບ​ການ​ຜະ­ລິດ ທ່າ­ແຮງ​ບົ່ມ​ຊ້ອນ​ຂອງ​ການ​ລົງ­ທຶນ​ໃນ​ຂະ­ແໜງ​ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ​ຂອງ​ທັງ​ສອງ​ຝ່າຍ​ທີ່​ມີ​ຄວາມ​ສົນ­ໃຈ​ຮ່ວມ​ກັນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-301.html

In bài biết