ສະມາຄົມມິດຕະພາບ ຫວຽດ-ລາວ ສະແດງຄວາມຮູ້ບຸນຄຸນ ຊາວໜຸ່ມອາສາສະໝັກວິລະຊົນ ກອງພົນ 915
ເຂົ້າຮ່ວມໃນພິທີໃນຄະນະປະກອບມີ: ກຳມະການສູນກາງພັກ, ຫົວໜ້າຫ້ອງການປະຕິບັດງານຜູ້ແທນສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດ-ລາວ ເຈິ່ນ ວັນ ຕຸ໋ຍ; ປະທານສະຫະພັນອົງການມິດຕະພາບ ຫວຽດນາມ ທ່ານນາງ ຫງວ໋ຽນ ເຟືອງ ງາ ແລະ ສະມາຊິກສະມາຄົມມິດຕະພາບຫວຽດນາມ-ລາວ ສູນກາງ ແລະ ທ້ອງຖິ່ນ.
![]() |
ຄະນະຜູ້ແທນສະມາຄົມມິຕະພາບ ຫວຽດ-ລາວ ຈູດທູບທຽນວາງດອກໄມ້ ຍ່າງເວົ້າໄປຍັງ ອະນຸສອນສະຖານ ຊາວໜຸ່ມສາສະໝັກວິລະຊົນ ກອງຮ້ອຍ 915 60 ສະຫາຍ, ກອງ 91 ບັກຖ໋າຍ, ເສຍສະຫຼະ ໃນຄືນຂອງວັນທີ 24 ທັນວາ 1972.
![]() |
ຄະນະຜູ້ແທນກົ້ມຫົວເຄົາລົບໄຫວ້ອາໄລເຖິງ ຊາວໜຸ່ມອາສະໝັກວິລະຊົນ 60 ສະຫາຍ.
![]() |
ປະທານສະຫະພັນອົງການມິດຕະພາບ ຫວຽດນາມ ຫງວ໋ຽນ ເຟືອງ ງາ ລັ່ນລະຄັງ ໄຫວ້ອາໄລ.
![]() |
ກຳມະການບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຫ້ອງການປະຕິບັດງານຜູ້ແທນສະພາແຫ່ງຊາດ, ຮອງປະທານຄະນະຈັດຕັ້ງສູນກາງພັກ, ປະທານສູນກາງສະມາຄົມຫວຽດນາມ-ລາວ ເຈິ່ນ ວັນ ຕຸ໋ຍ ຂຽນຄຳອາໄລ ໃນປື້ມຄຳຂອງປູນີຍະສະຖານ.
![]() |
ຄະນະຜູ້ແທນເຂົ້າຢ້ຽມຊົມ ອະນຸສອນສະຖານ ຊາວໜຸ່ມອາສາ ກອງຮ້ອຍ 915.
![]() |
ໃນຄືນຂອງວັນໂນເອນ 47ປີກ່ອນ, ຊາວໜຸ່ມອາສາຂອງກອງຮ້ອຍ 915, ກອງ 91 ບັກຖ໋າຍ 60 ສະຫາຍ ພິລາດອາດຫານເສຍສະຫຼະຊີວິດໃນການປະຕິບັດພາລະກິດຂົນສົ່ງເຄື່ອງໃຫ້ສະໜາມຮົບພາກໃຕ້ ຢູ່ບ້ານ ລິວສາ, ແຂວງຖ໋າຍຫງວຽນ. ເລື່ອງລາວອັນເຈັບປວດກໍ່ຄືຄຸນງາມຄວາມດີຂອງ ຄວາມພິລາດອາດຫານຂອງວິລະຊົນ ໄດ້ຮັບການມອບລາງວັນ ກຳລັງປະກອບອາວຸດປະຊາຊົນພິລາດອາດຫານ ຈາກພັກ ແລະ ລັດຖະບານ.
![]() |
ອາຄານຂອງເຂດປູນີຍະສະຖານ ແຫ່ງຊາດ ໄດ້ຮັບການປັບປຸງ, ສ້ອມແປງ ແລະ ເປີດຮັບໃຊ້ໃນເດືອນທັນວາ 2018 ທີ່ຜ່ານມາ.
![]() |
ຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ທີ່ ເຂດປູນີຍະສະຖານ.
(ຫັດທະບູນ)