09:25 | 08/10/2019

ພື້ນຖານເສດຖະກິດດີຈີຕ້ອນ ຂອງຫວຽດນາມຈະບັນລຸມູນຄ່າ 12 ຕື້ໂດລາສະຫະລັດໃນປີ 2019 ແລະບັນລຸ 43 ຕື້ໂດລາສະຫະລັດ ໃນປີ 2025

ພື້ນຖານເສດຖະກິດດີຈີຕ້ອນ ຂອງຫວຽດນາມຈະບັນລຸມູນຄ່າ 12 ຕື້ໂດລາສະຫະລັດໃນປີ 2019 ແລະບັນລຸ 43 ຕື້ໂດລາສະຫະລັດ ໃນປີ 2025

ພາບປະກອບ

ໃນປີ 2019, ຫວຽດນາມໄດ້ກາຍເປັນຕະຫຼາດທີ່ຮັບເອົາແຫຼ່ງການລົງທຶນເປັນອັນດັບ 3 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ດ້ວຍມູນຄ່າການລົງທຶນ 600 ລ້ານໂດລາສະຫະລັດແຕ່ປີ 2018 ເຖິງຕົ້ນປີ 2019. ບົດລາຍງານໃໝ່ສຸດຂອງ Google, Temasekພ້ອມດ້ວຍຄູ່ຮ່ວມມື Brain & Company ກ່ຽວກັບພື້ນຖານເສດຖະກິດດີຈີຕ້ອນອາຊີຕາເວັນອອກສ່ຽງໃຕ້ປະຈຳປີ 2019 (e-Conomy Southeast Asia 2019) ໄດ້ເນັ້ນໜັກເຖິງບັນດາທ່າອ່ຽງທີ່ພົ້ນເດັ່ນທີ່ສຸດຂອງຂະແໜງອຸດສະຫະກຳດີຈີຕ້ອນ ເຊິ່ງໄດ້ເປັນທີ່ຮັບຮູ້ໃນປີ 2019, ພ້ອມດຽວກັນນັ້ນ, ກໍ່ໄດ້ໄຈ້ແຍກເຖິງຄວາມສາມາດບົ່ມຊ້ອນໃນປັດຈຸບັນແລະອານາຄົດຂອງພື້ນຖານເສດຖະກິດດີຈີຕ້ອນອາຊີຕາເວັນອອກສ່ຽງໃຕ້ຢູ່ 6 ຕະຫຼາດໃຫ່ຍທີ່ສຸດປະກອບມີ: ພື້ນຖານເສດຖະກິດດີຈີຕ້ອນ ຢູ່ມາເລເຊຍ, ຟີລິບປີນ, ສິງກະໂປແລະໄທພວມຂະຫຍາຍຕົວຢູ່ໃນລະດັບແຕ່ 20% ເຖິງ 30% ໃນແຕ່ລະປີ. ໃນຂະນະນັ້ນ, ກໍ່ມີ 2 ຜູ້ຕາງໜ້າທີ່ໄດ້ນຳໜ້າໃນພາກພື້ນຄືອິນໂດເນເຊຍແລະຫວຽດນາມເຊິ່ງມີລະດັບການຂະຫຍາຍຕົວລືນກາຍລະດັບ 40% ຕໍ່ປີ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3003.html

In bài biết