22:46 | 22/07/2019

ນັກຮຽນຫວຽດນາມ ຍາດໄດ້ຫຼຽນທີ່ Olympic ຊີວະສາດສາກົນ

ຄະນະຫວຽດນາມ ມີນັກຮຽນ 4 ຄົນເຂົ້າຮ່ວມການສອບເສັງ Olympic ຊີວະສາດສາກົນ ຄັ້ງທີ 30, ລ້ວນແຕ່ຍາດໄດ້ຫຼຽນ. ກະຊວງສຶກສາ ແລະບໍາລຸງສ້າງຈະຕ້ອນຮັບ ແລະຊົມເຊີຍຜົນງານຂອງຄະນະເຂົ້າຮ່ວມເສັງ Olympic ຊີວະສາດສາກົນປີ 2019 ທີ່ສະໜາມບິນສາກົນໂນ້ຍບ່າຍ ໃນຕອນເຊົ້າວັນທີ 25 ກໍລະກົດ.

ນັກຮຽນຫວຽດນາມ ຍາດໄດ້ຫຼຽນທີ່ Olympic ຊີວະສາດສາກົນ

ນັກຮຽນຫວຽດນາມທັງ 4 ຄົນຍາດໄດ້ລາງວັນໃນການເສັງ Olympic ຊີວະສາດສາກົນ 2019. (ພາບ: TTXVN)

Olympic ຊີວະສາດສາກົນປີ 2019 ຖືກດຳເນີນຢູ່ນະຄອນ Szeged, ປະເທດຮຸງກາຣີ ໃນລະຫວ່າງວັນທີ 14 – 21 ກໍລະກົດ ດ້ວຍການເຂົ້າຮ່ວມຂອງນັກຮຽນທີ່ທີມາຈາກ 74 ປະເທດ ແລະ ເຂດແຄ້ວນ. ປີ 2018, ນັກຮຽນຫວຽດນາມ 4 ຄົນເຂົ້າຮ່ວມການເສັງ Olympic ຊີວະສາດສາກົນ ກໍ່ຍາດໄດ້ລາງວັນດີເດັ່ນ, ດ້ວຍຫຼຽນຄຳ 3 ຫຼຽນ ແລະ ຫຼຽນເງິນ 1 ຫຼຽນ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3002.html

In bài biết