ອາເມລິກາ ຢັ້ງຢືນວ່າ ບໍ່ຟ້າວລົງນາມໃນຂໍ້ຕົກລົງການຄ້າ ກັບ ຈີນ
![]() |
ພາບປະກອບ
ໃນວັນທີ 18 ຕຸລາ 2019, ກ່າວຄຳເຫັນຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານ ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ເຊິ່ງຈະດຳເນີນຢູ່ຈີເລ ໃນລະຫວ່າງວັນທີ 16 – 17 ພະຈິກ ແລະ ຫວັງວ່າ ຂໍ້ຕົກລົງດ້ານການຄ້າລະຫວ່າງ 2 ປະເທດຈະໄດ້ຮັບການລົງນາມ ເນື່ອງໃນໂອກາດນີ້. ຈີນ ໄດ້ເຫັນດີເພີ່ມປະລິມານຜະລິດຕະພັນກະເສດທີ່ຊື້ຂອງອາເມລິກາ ລວມມູນຄ່າຂຶ້ນເປັນ 50 ລ້ານ USD ໃນແຕ່ລະປີ ຕາມຂໍ້ຕົກລົງດ້ານການຄ້າໄລຍະທີ 1 ເຊິ່ງ 2 ປະເທດບັນລຸໄດ້ໃນອາທິດຜ່ານມາ, ເນື່ອງໃນໂອກາດການຢ້ຽມຢາມອາເມລິກາ ຂອງທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ.
ຕອບສຳພາດຕໍ່ນັກຂ່າວ Fox Business Network ໃນວັນທີ 21 ຕຸລາ 2019, ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ອາເມລິກາ ຢັ້ງຢືນວ່າ: ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ ຈີນຕ້ອງແມ່ນ ຂໍ້ຕົກລົງທີ່ສົມເຫດສົມຜົນ ແລະ ບໍ່ຈຳເປັນລົງນາມໃນເດືອນພະຈິກ; ສິ່ງສຳຄັນທີ່ສຸດແມ່ນ ຂໍ້ຕົກລົງດັ່ງກ່າວຕ້ອງແມ່ນຂໍ້ຕົກລົງທີ່ເໝາະສົມເມື່ອໄດ້ຍົກອອກມາ. ບັນດາມາດຕະການດ້ານພາສີຄາດຄະເນຈະມີຜົນສັກສິດໃນເດືອນ ທັນວາຈະມາເຖິງ ແລະ ກຸ່ມບໍລິສັດເຕັກໂນໂລຢີ Huawei ຂອງຈີນບໍ່ແມ່ນບັນດາບັນຫາທີ່ໄດ້ຮັບການເຕື້ອງເຖິງໃນໄລຍະ 1 ຂອງ ຂໍ້ຕົກລົງ.
(ໄຊພອນ)