16:45 | 18/01/2020

ພົບປະສັງສັນອົງການຕາງໜ້າການທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານເນື່ອງໃນໂອກາດບຸນເຕັດປີຊວດ 2020

ພົບປະສັງສັນອົງການຕາງໜ້າການທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານເນື່ອງໃນໂອກາດບຸນເຕັດປີຊວດ 2020

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ໄດ້ຕີລາຄາສູງຕໍ່ການໜູນຊ່ວຍ ແລະ ຊ່ວຍເຫຼືອຂອງສາກົນທີ່ສະຫງວນໃຫ້ ຫວຽດນາມ ໃນຊຸມປີຜ່ານມາ, ພິເສດແມ່ນໃນຂົງເຂດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ແກ້ໄຂບັນດາບັນຫາສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊ່ວຍເຫຼືອຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ…ນັ້ນແມ່ນແຫຼ່ງປຸກລະດົມກຳລັງໃຈອັນລ້ຳຄ່າ ແລະ ແທດຈິງທີ່ສຸດສຳລັບປະຊາຊົນ ຫວຽດນາມ ບົນເສັ້ນທາງແຫ່ງການພັດທະນາ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ປາດຖະໜາວ່າ ບັນດາຄູ່ຮ່ວມມືສາກົນ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈປະກອບສ່ວນກຳລັງເຫື່ອແຮງເຂົ້າໃນການພັດທະນາຂອງ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

Link: https://huunghivietlao.thoidai.com.vn/detail-article-2962.html

In bài biết