09:48 | 20/09/2019

ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ

ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ

ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ.(ພາບ:baochinhphu.vn)

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ. ກອງປະຊຸມປຶກສາຫາລືລວມ (JCM) ເພື່ອກະກຽມໃຫ້ແກ່ກອງປະຊຸມອາຊຽນຂັ້ນສູງຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ, SOM ອາຊຽນ+3, SOM ຂັ້ນສູງ ອາຊີຕາເວັນອອກ (EAS), ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານສະພາ ປະສານງານ ອາຊຽນກ່ຽວກັບເລື່ອງ Timor-Leste ສະເໜີຢາກເປັນສະມາຊິກອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກຢຸງ ໄດ້ຕີລາຕາສູງບົດບາດປະທານອາຊຽນຂອງ ໄທ ໃນການຊຸກຍູ້ຜັນຂະຫຍາຍບັນດາບຸລິມະສິດຂອງ ອາຊຽນເວົ້າລວມ ແລະ ປີ 2019 ເວົ້າສະເພາະ, ຢັ້ງຢືນວ່າຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງບັນດາບຸລິມະສິດຂອງອາຊຽນເວົ້າລວມ ແລະ ປີ 2019 ເວົ້າສະເພາະ, ຫັນການປະຕິບັດປະຊາຄົມອາຊຽນທີ່ “ມຸ່ງໄປສູ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ” ໃຫ້ປະກົດຜົນເປັນຈິງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-295.html

In bài biết