ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີໄຂປີ ປະທານອາຊຽນ 2020
ເຂົ້າຮ່ວມພິທີໄຂປີ ປະທານອາຊຽນ 2020, ມີແຂກຮັບເຊີນປະມານ 300 ຄົນ ເຊິ່ງປະກອບມີຜູ້ນຳ ຈາກພັກ ແລະ ອົງການສະພາແຫ່ງຊາດ, ສະມາຊິກຄະນະກຳມະການແຫ່ງຊາດອາຊຽນປີ 2020, ບັນດາກະຊວງ, ສາຂາ, ທ້ອງຖິ່ນ, ຜູ້ຕາງໜ້າວິສາຫະກິດ, ນັກຂ່າວ, ບັນດາອົງການການທູດຕ່າງປະເທດຢູ່ຮ່າໂນ້ຍ ເຂົ້າຮ່ວມ. ນີ້ແມ່ນເຫດການເປີດປີອາຊຽນ 2020 ໂດຍ ຫວຽດນາມ ເປັນປະທານ.
![]() |
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ, ປະທານອາຊຽນ 2020 ໄດ້ເປີດ website ອາຊຽນ 2020. (ພາບ: baotintuc.vn)
ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ໄລ່ມາຮອດປັດຈຸບັນ ອາຊຽນ ແມ່ນປະຊາຄົມຂອງບັນດາປະເທດເອກະລາດ, ສາມັກຄີພັດທະນາໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນບົດບາດໃຈກາງຂອງໂຄງປະກອບໃນພາກພື້ນ, ໄດ້ຮັບຄວາມເຄົາລົບ ແລະ ການຮ່ວມມືຈາກບັນດາປະເທດ ແລະ ຄູ່ຮ່ວມມືໃຫຍ່ໃນໂລກ. ເມື່ອເຕື້ອງເຖິງ ອະນາຄົດຂອງປະຊາຄົມ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແບ່ງປັນຄວາມຫວັງກ່ຽວກັບປະຊາຄົມສັນຕິພາບ ແລະ ສະຖຽນລະພາບ, ສາມັກຄີ ແລະ ເປັນເອກະພາບ, ວັດທະນາຖາວອນ ແລະ ຍືນຍົງ; ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ເຊື່ອມຕໍ່ຢ່າງລຸລ່ວງບົນພື້ນຖານຂອງການປະດິດຄິດສ້າງ, ສະຖຽນລະພາບ ແລະ ຄວາມກົມກ່ຽວ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍກໍາລັງຄວາມສາມາດໃນການປັບຕົວ, ຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ເຄື່ອນໄຫວຢ່າງມີວິທະຍາສາດ, ມີປະສິດທິຜົນ ແລະ ຂະຫຍັນຂັນເຄື່ອນ.
ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ເລືອກເອົາຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້ການຮັບມື” ແລະ ນີ້ກໍແມ່ນຫົວຂໍ້ມຸ່ງໄປສູ່ບັນດາເປົ້າໝາຍໄລຍະຍາວກວ່າຂອງປະຊາຄົມ ອາຊຽນ. ຫວຽດນາມຈະ ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຮ່ວມມືກັບບັນດາປະເທດສະມາຊິກ, ປະຕິບັດສຳເລັດບັນດາຈຸດສຸມບຸລິມະສິດຂອງອາຊຽນ 2020 ແລະ ນັ້ນກໍ່ແມ່ນການປະກອບສ່ວນແທດຈິງຂອງຫວຽດນາມ ເພື່ອອະນາຄົດທີ່ສວຍງາມຂອງອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ຫວຽດນາມໄດ້ກະກຽມຢ່າງຕັ້ງໜ້າໃນທຸກດ້ານ ໃນໄລຍະເປັນປະທານອາຊຽນ 202 ແລະ ສະແດງຄວາມຍິນດີ ໄດ້ເຮັດວຽກຮ່ວມກັບບັນດາປະເທດ ເພື່ອຊຸກຍູ້ການພັດທະນາຂອງປະຊາຄົມອາຊຽນໃຫ້ເຂັ້ມແຂງ. ໃນຂອບເຂດຂອງພິທີດັ່ງກ່າວ ກໍໄດ້ຈັດຕັ້ງການເຄື່ອນໄຫວ ເປີດສະຫຼອງຖານຂໍ້ມູນຂ່າວສານເອເລັກໂຕນິກ ອາຊຽນ 2020.
(ຄຳຮຸ່ງ)