18:23 | 31/12/2019

ຫວຽດນາມ ບັນລຸວົງເງິນການນຳເຂົ້າ ສິນຄ້າລື່ນກາຍ 500 ຕື້ໂດລາ

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ໜ້າຊຶນຊົມ, ຍ້ອນຫວຽດນາມ ຈາກປະເທດຂາດເຂີນອາຫານການກິນ, ເກື້ອກູນ, ກາຍເປັນປະເທດສົ່ງອອກທີ່ໃຫຍ່ລະດັບໂລກ ແລະ ພາກພື້ນ, ຢືນອັນດັບທີ 22 ໃນໂລກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ບັນດາກະຊວງ, ຂະແໜງການຍູ້ແຮງການປຸງແຕ່ງຕາມທິດລວງເລິກ, ຍູ້ແຮງການພັດທະນາອຸດສາຫະກຳສຳຮອງຮັບໃຊ້ໃຫ້ແກ່ການຜະລິດສິນຄ້າສົ່ງອອກ. ພ້ອມກັນນັ້ນແມ່ນຍູ້ແຮງການສົ່ງອອກຢູ່ກັບທີ່ ໂດຍຜ່ານການເຄື່ອນໄຫວການບໍລິການທ່ອງທ່ຽວ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ບັນດາອົງການທີ່ມີໜ້າທີ່ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການສົ່ງອອກ.


ຫວຽດນາມ ບັນລຸວົງເງິນການນຳເຂົ້າ ສິນຄ້າລື່ນກາຍ 500 ຕື້ໂດລາ

ຕາຕະລາງຂອງວົງເງິນການນຳເຂົ້າ - ສົ່ງອອກຂອງທົ່ວປະເທດ ລື່ນກາຍລະດັບ 500 ຕື້ໂດລາສະຫະລັດ, ປຽບທຽບບັນດາລາຍການທີ່ມີການປະກອບສ່ວນຫຼາຍທີ່ສຸດ. (ພາບ: laodong,vn)

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີ່ນຕ໋ວນແອງ ໃຫ້ຮູ້ວ່າ, ການປະຕິບັດສຳເລັດບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມໃນປີ 2019 ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມອັນໃຫຍ່ຫຼວງ ຂອງທົ່ວທັງລະບົບການເມືອງ, ຈາກນັ້ນຮັກສາທ່າພັດທະນາຢ່າງໝັ້ນຄົງເປັນເວລາ 4 ປີຕິດຕໍ່ກັນ.

ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ລະບົບແນວທາງ, ນະໂຍບາຍໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດ ໄດ້ຮັບປະກັນຢ່າງຮອບດ້ານ ແລະ ເປີດກວ້າງ, ອຳນວຍຄວາມສະດວກໃຫ້ແກ່ການພັດທະນາ. ການເພີ່ມທະວີການແບ່ງຂັ້ນຄຸ້ມຄອງ, ອຳນາດ, ການເປີດເສລີຊັບພະຍາກອນໃຫ້ແກ່ການຜະລິດ... ໄດ້ມີຜົນກະທົບ, ຄົ້ນກຳລັງທີ່ເຂັ້ມແຂງ ເພື່ອຊຸກຍູ້ການພັດທະນາເສດຖະກິດຂອງປະເທດ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-2923.html

In bài biết