21:51 | 01/01/2020

ປະທານາທິບໍດີລັດເຊຍ ສົ່ງຄໍາອວຍພອນປີໃໝ່ເຖິງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ

ປະທານາທິບໍດີລັດເຊຍ ສົ່ງຄໍາອວຍພອນປີໃໝ່ເຖິງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Vladimir Putin ປະທານາທິບໍດີລັດເຊຍ. (ພາບ: laodong.vn)

ໃນສານອວຍພອນປີໃໝ່ເຖິງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນື່ອງໃນໂອກາດປີໃໝ່ສາກົນ 2020, ບຸນເຕັດຂອງຫວຽດນາມ ໃກ້ຈະມາເຖິງ, ທ່ານປະທານາທິບໍດີ V.Putin ເນັ້ນໜັກເຖິງບັນດາບາດກ້າວໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍ ແລະ ຫວຽດນາມ, ສະແດງຄວາມປາດຖະໜາວ່າ ດ້ວຍຄວາມມານະພະຍາຍາມລວມ, 2 ປະເທດຈະສືບຕໍ່ການຮ່ວມມື 2 ຝ່າຍໃຫ້ບັນລຸຜົນສຳເລັດໃນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ການທະຫານ, ເຕັກນິກການທະຫານ, ມະນຸດສະທຳ ແລະ ຂົງເຂດອື່ນໆ.

ປີ 2020, ລັດເຊຍ ແລະ ຫວຽດນາມ ຈະສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນປີ 2019, 2 ປະເທດໄດ້ຈັດພິທີສະເຫຼີມສະຫຼອງປີລັດເຊຍ - ຫວຽດນາມ, ຫວຽດນາມ - ລັດເຊຍ ດ້ວຍບັນດາການເຄື່ອນໄຫວເປີດກວ້າງໃນຫຼາຍຂົງເຂດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2921.html

In bài biết