11:47 | 03/01/2020

ສະເໜີຕົວປື້ມປົກຂາວດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະສື່ມວນຊົນຫວຽດນາມ 2019

ສະເໜີຕົວປື້ມປົກຂາວດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະສື່ມວນຊົນຫວຽດນາມ 2019
ໜ້າປົກປື້ມປົກຂາວດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະສື່ສານຫວຽດນາມ 2019. ພາບ: ictvietnam.vn

ນີ້ແມ່ນຄັ້ງທໍາອິດທີ່ປື້ມປົກຂາວໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບທຸກຂົງເຂດໂດຍກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຄຸ້ມຄອງ, ຄື: ໄປສະນີ, ໂທລະຄົມມະນາຄົມ, ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ອຸດສາຫະກໍາເຕັກໂນໂລຢີຂໍ້ມູນຂ່າວສານ-ເອເລັກໂຕນິກ; ສື່ມວນຊົນ, ການສື່ສານ. ບັນດາຂໍ້ມູນທີ່ໄດ້ສັງລວມຈາກບົດລາຍງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ບັນດາສະຫະສະມາຄົມ, ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ແລະບັນດາຮາກຖານສັງກັດກະຊວງ. ຕົວເລກສະຖິຕິໄດ້ສ່ອງແສງເຖິງສະພາບການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານໃນປະຈຸບັນທີ່ໄດ້ອັບເດັດຮອດວັນທີ 31 ທັນວາ ປີ 2018, ຂໍ້ມູນກ່ຽວກັບບັນດາເອກະສານນິຕິກຳໄດ້ອັບເດັດ ຮອດວັນທີ 30 ພະຈິກ ປີ 2019.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-2915.html

In bài biết