ແບ່ງປັນຄວາມສຸກໃນວັນບຸນຄຼິດສະມາດທີ່ມີຕໍ່ພໍ່ແມ່ປະຊາຊົນຊາວຄຼິດ ໄດ້ສົ່ງສານກ່ຽວກັບຄວາມເຄົາລົບສິດເສລີໃນການເຊື່ອຖືເຫລື້ອມໃສສາສະໜາ
![]() |
ຫວຽດນາມ ຕ້ອນຮັບວັນບຸນຄຼິດສະມາດປີ 2019 ຢ່າງຄຶກຄຶ້ນມ່ວນຊື່ນ.(ພາບ: vietnam+)
ປະຊາຊົນຮ່າໂນ້ຍ ໄດ້ເຕົ້າໂຮມຢູ່ບັນດາສະຖານທີ່ທີ່ມີຊື່ສຽງເຊິ່ງໄດ້ຮັບການປະດັບປະດາຢ່າງສວຍງາມດ້ວຍຕົ້ນແປກໃຫຍ່ທີ່ຫ້ອຍກະລິ່ງນັບຮ້ອຍອັນ, ດອກໄຟປະດັບດ້ວຍສີສັນຫຼາກຫຼາຍເຊິ່ງໄດ້ຕັ້ງຂຶ້ນຢູ່ຕາມຖະໜົນ ຍ່າຈູງ, ຈ່າງຕ່ຽນ, ໂຮງລະຄອນໃຫຍ່… ຢູ່ນະຄອນໂຮ່ຈີມິນ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດ 2019 ແລະ ປີໃໝ່ສາກົນ 2020 ໄດ້ປົກຄຸມໄປທົ່ວຖະໜົນສາຍຕ່າງໆໃນຊຸມວັນທີ່ຜ່ານມາ… ນັບແຕ່ຕອນບ່າຍວັນທີ 24 ທັນວາ, ປະຊາຊົນຫຼາຍຄົນໄດ້ໄປໂບດ ລໍຖ້າຕ້ອນຮັບວັນບຸນຄຼິດສະມາດພ້ອມກັບພໍ່ແມ່ປະຊາຊົນຊາວຄຼິດ. ພິເສດ, ໂບດ ດຶ໊ກບ່າ ມີປະຊາຊົນ, ນັກທ່ອງທ່ຽວ ແລະ ເພື່ອນໜຸ່ມເປັນຈຳນວນຫຼວງຫຼາຍ ໄດ້ໄປໂບດແຫ່ງນີ້ເພື່ອເຈື່ອຈານເຂົ້າກັບບັນຍາກາດອັນອົບອຸ່ນ, ມ່ວນຊື່ນຜ່ານບັນດາການເຄື່ອນໄຫວທີ່ໄດ້ຮັບການຈັດຕັ້ງຢູ່ແຫ່ງນີ້.
![]() |
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງສຳນັກສັງຄະນາຍົກ ຮ່າໂນ້ຍ ເພື່ອອວຍພອນບັນດາຄຸນພໍ່, ບາດຫລວງ, ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຄຼິດຂຶ້ນກັບສຳນັກສັງຄະລາດ ຮ່າໂນ້ຍ . (ພາບ: quochoi.vn)
ຕາງໜ້າການນຳພັກ, ລັດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງສຳນັກສັງຄະນາຍົກ ຮ່າໂນ້ຍ ເພື່ອອວຍພອນບັນດາຄຸນພໍ່, ບາດຫລວງ, ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຄຼິດຂຶ້ນກັບສຳນັກສັງຄະລາດ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດແຫ່ງຄວາມສະຫງົບສຸກ, ເຕັມໄປດ້ວຍຄວາມອົບອຸ່ນ. ທ່ານນາງກໍ່ໄດ້ໄປຢ້ຽມຢາມຄະນະກຳມະການສາມັກຄີກາໂຕລີກ ຫວຽດນາມ ເພື່ອແບ່ງປັນຄວາມເບີກບານມ່ວນຊື່ນກັບຜູ້ມີຍົດຖາບັນດາສັກ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ຫວຽດນາມ, ພ້ອມທັງສົ່ງສານຢ່າງແຮງ ກ່ຽວກັບຄວາມເຄົາລົບສິດເສລີໃນການເຊື່ອຖືເຫລື້ອມໃສຂອງພໍ່ແມ່ປະຊາຊົນ.
![]() |
ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ຫົວໜ້າສໍານັກສັງຄະລາດ ເຂດຊາວຄິຼດ ບຸ່ຍຈູ ຫວູດິ່ງຫ້ຽວ (ພາບ: TTXVN)
ວັນທີ 23 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ຫົວໜ້າສໍານັກສັງຄະລາດ ເຂດຊາວຄິຼດ ບຸ່ຍຈູ ຫວູດິ່ງຫ້ຽວ ແລະ ບັນດາຍົດຖາບັນດາສັກ, ນັກບວດ, ພໍ່ແມ່ພີ່ນ້ອງຊາວຄຼິດ ຢູ່ ສໍານັກສັງຄະລາດ ເຂດຊາວຄຼິດ ບຸ່ຍຈູ (ຕາແສັງຊວັນງອກ, ເມືອງ ຊວັນເຈື່ອງ, ແຂວງນາມດ້ິງ ຫວຽດນາມ) ເນື່ອງໃນໂອກາດວັນບຸນ ຄິຼດສະມາດ ປີ 2019. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປາດຖະໜາວ່າ ບັນດາຄຸນພໍ່, ນັກບວດ ຈະສືບຕໍ່ໂຄສະນາ, ຂົນຂວາຍພໍ່ແມ່ພີ່ນ້ອງຊາວຄິຼດ ໃຫ້ປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ; ສາມັກຄີກັນ, ມີຄວາມເມດຕາປານີ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ ແລະ ທ້ອງຖິ່ນ, ໂດຍສະເພາະແມ່ນໃນຂະບວນການແຂ່ງຂັນພັດທະນາເສດຖະກິດ, ກໍ່ສ້າງຄອບຄົວວັດທະນະທໍາ, ສ້າງຊົນນະບົດໃໝ່, ຕົວເມືອງອະລິຍະທໍາເປັນແບບຢ່າງ.
![]() |
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢ້ຽມຢາມ ສຳນັກສັງຄະນາຍົກນິກາຍ ຊວນລົກ (ພາບ: TTXVN)
ກ່ອນທີ່ວັນບຸນຄຼິດສະມາດວຽນມາ, ຕາງໜ້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ໄປສຳນັກສັງຄະນາຍົກ ນະຄອນ ໂຮ່ຈີມິນ, ສຳນັກໂປແຕສຕັງ ຫວຽດນາມ, ສຳນັກສັງຄະນາຍົກນິກາຍ ຊວນລົກ, ເຂດຊາວຄຼິດ ຕ່ຽນຢາງ…ເພື່ອອວຍພອນຜູ້ມີຍົດຖາບັນດາສັກສາສະໜາກາໂຕລິກ ແລະ ປະຊາຄົມຊາວຄຼິດ. ການນຳຄະນະຂົນຂວາຍປະຊາຊົນສູນກາງພັກ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດທຸກຂັ້ນ ແລະ ການນຳບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງບັນດາທ້ອງຖິ່ນ ກໍ່ໄດ້ລົງຢື້ຢາມຖາມຂ່າວ, ອວຍພອນຜູ້ມີຍົດຖາບັນດາສັກ, ພໍ່ແມ່ປະຊາຊົນຊາວຄຼິດຢູ່ທົ່ວທຸກແຫ່ງຂອງປະເທດຊາດ. ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະໃນລະບົບການເມືອງເທົ່ານັ້ນ ຫາກຍັງແມ່ນນ້ຳໃຈຂອງປະຊາຊົນທຸກຊັ້ນວັນນະ ຫວຽດນາມ ທີ່ມີຕໍ່ພໍ່ແມ່ປະຊາຊົນຊາວຄຼິດອີກດ້ວຍ.
(ໄຊພອນ)