10:31 | 19/12/2019

ຫວຽດນາມ ​ແລະ ອາ​ເມ​ລິ​ກາ: ສະ​ເຫຼີມສະຫຼອງ 25 ປີ ​ແຫ່​ງວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ

ຫວຽດນາມ ​ແລະ ອາ​ເມ​ລິ​ກາ: ສະ​ເຫຼີມສະຫຼອງ 25 ປີ ​ແຫ່​ງວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ

ພິທີສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.(ພາບ: baoquocte.vn)

ທີ່ພິທີ, ທ່ານ ບຸ່ຍແທັງເຊີນ ໄດ້ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມື; ຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ທີ່ພິທີ, ທ່ານ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ດາວິດ ສະຕີແວນ ໄດ້ຢືນຢັນຄືນວ່າ ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ; ໝັ້ນໝາຍສະໜັບສະໜູນກ່່ຽວກັບປະເທດຫວຽດນາມ ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ ແລະ ມີຄວາມຫວັງ ຢາກຊຸກຍູ້ການພົວພັນ ລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງມີປະສິດທິຜົນ ໃນໄລຍະທີ່ຈະມາເຖິງ; ອາເມລິກາ ຢືນຢັນ ແຜນນະໂຍບາຍຂອງ ອາເມລິກາທີ່ວ່າ ຕ້ອງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສິດເສລີ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນ ໃນທະເລຕາເວັນອອກ, ຕ້ອງແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ ໂດຍຜ່ານກົດໝາຍສາກົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2896.html

In bài biết