10:27 | 12/12/2019

ເສດ​ຖະ​ກິດ ດີ​ຈີ​ຕອນ ຫວຽດ​ນາມ ມີ​ລະ​ດັ​ບ​ການ​ເຕີບ​ໂຕ​ສູງ​ກ່​ວາ​ໝູ່​ໃນ​ພາກ​ພື້ນ ອາ​ຊຽນ

ເສດ​ຖະ​ກິດ ດີ​ຈີ​ຕອນ ຫວຽດ​ນາມ ມີ​ລະ​ດັ​ບ​ການ​ເຕີບ​ໂຕ​ສູງ​ກ່​ວາ​ໝູ່​ໃນ​ພາກ​ພື້ນ ອາ​ຊຽນ

ທ່ານ ຟ້າມຮົ່ງຫ໋າຍ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານກ່າວຄຳເຫັນທີ່ ກອງປະຊຸມສຳມະນາ. (ພາບ: TTXVN)

ປີ 2019, ຫວຽດນາມ ໄດ້ ແລະ ພວມເຫັນປະຈັກຕາການສ້າງຕັ້ງຂອງ ວິສາຫະກິດເຕັກໂນໂລຢີຫຼາຍແຫ່ງ, ຢັ້ງຢືນຢ່າງຈະແຈ້ງ ຄວາມຕັດສິນໃຈຈະຫັນປ່ຽນ ເພື່ອກາຍເປັນບັນດານັກສະໜອງການບໍລິການດີຈີຕອນ ແລະ ນຳໜ້າໃນການສ້າງ ສັງຄົມດີຈີຕອນ. ປີ 2019 ກໍ່ແມ່ນປີທີ່ສ້າງຂີດໝາຍສຳຄັນໃນການຄົ້ນຄ້ວາ, ນຳໃຊ້ ແລະ ພັດທະນາເຕັກໂນໂລຢີ 5G ຢູ່ ຫວຽດນາມ, ດ້ວຍເລື່ອງກະຊວງຖະແຫຼງຂ່າວ ແລະ ການສື່ສານອອກໃບອະນຸຍາດໃຫ້ທົດລອງນຳໃຊ້ເຕັກໂນໂລຢີ 5G ໃນໄລຍະຈະມາເຖິງ. ຕາມບົດລາຍງານຂອງພື້ນຖານເສດຖະກິດ ດີຈີຕອນ ອາຊີຕາເວັນອອກສ່ຽງໃຕ້ ປີ 2019 ໃຫ້ເຫັນວ່າ, ພື້ນຖານເສດຖະກິດ ດີຈີຕອນ ຫວຽດນາມມີການເຕີບໂຕຢູ່ລະດັບກ່ວາ 40%/ປີ, ສູງທີ່ສຸດໃນພາກພື້ນ ອາຊຽນ. ມີຫຼາຍຮູບແບບເສດຖະກິດໃໝ່ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານອີນເຕີແນັດ, ນຳມາເຊິ່ງຄວາມສະດວກໃຫ້ແກ່ທຸກຄົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2882.html

In bài biết