17:04 | 27/11/2019

ອັດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14

ອັດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14

ອັດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14.(ພາບ: TTXVN)

ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມປີ 2019, ທິດທາງໜ້າທີ່ປີ 2020 ແລະ ນຳສະເໜີຫຼາຍມາດຕະການທີ່ແທດຈິງເພື່ອປະຕິບັດ ແຜນພັດທະນາເສດຖະກິດສັງຄົມປີ 2020 ຢ່າງສຳເລັດຜົນ. ຕອນເຊົ້າວັນທີ 27 ພະຈິກ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກໍ່ສ້າງຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ຄວາມຈໍາເປັນຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການກໍ່ສ້າງຕາມໃບສະເໜີຂອງລັດຖະບານ ແລະ ຖືວ່າ ເລື່ອງປະກາດກົດໝາຍດັ່ງກ່າວ ຈະຊ່ວຍປະກອບສ່ວນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການເຄື່ອນໄຫວລົງທຶນກໍ່ສ້າງ, ສ້າງສໍາເລັດສະພາບແວດລ້ອມແຫ່ງການແກ້ງແຍ້ງ ປອດໃສ ແລະ ສະເໝີພາບ; ເພີ່ມປະສິດທິຜົນການລົງທຶນ, ແກ້ໄຂສະພາບການຮົ່ວໄຫຼ, ສິ້ນເປືອງຟຸມເຟືອຍ. ສະມາຊິກສະພາແຫ່ງຊາດບາງທ່ານ ສະເໜີເພີ່ມເຕີມເລື່ອງນໍາໃຊ້ ແລະ ມີນະໂຍບາຍບຸລິມະສິດແກ່ແຫຼ່ງກໍາລັງໝູນໃຊ້ວິທະຍາສາດເຕັກໂນໂລຢີໃນການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການກໍ່ສ້າງຕົວເມືອງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2875.html

In bài biết