12:03 | 05/12/2019

ກຳລັງແຮງແມ່ນຊອບທຳ ແລະ ຈິງໃຈ

ທ່ານນາງ ຫງວຽນ ຖິ້ ບິ່ງ ກ່າວວ່າ:ແຕ່ກ່ອນຮອດປັດຈຸບັນ, ໃນແນວທາງພົວພັນຕ່າງປະເທດຂອງພັກແມ່ນໃຫ້ຄວາມສຳຄັນໃນການພົວພັນຕ່າງປະເທດປະຊາຊົນ. ໃນທຸກໆຍຸກຂອງປະຫວັດສາດຂອງການປະຕະວັດຫວຽດນາມ, ການພົວພັນຕ່າງປະເທດປະຊາຊົນ ລ້ວນແຕ່ຮັກສາກຳລັງແຮງພິເສດ ແລະ ສະແດງບົດບາດໜ້າທີ່ທີ່ຂາດບໍ່ໄດ້ໃນວຽກງານການພົວພັນຕ່າງປະເທດຂອງຫວຽດນາມ.

ປະຈຸບັນ, ສະຖານະການໂລກມີຄວາມຜັນແປ, ສັບສົນຫຼາຍ. ແນວທາງການພົວພັນເປີດກ້ວາງ. ຫວຽດນາມພ້ອມເປັນເພື່ອນກັບທຸກໆປະເທດ. ແນວທາງການພົວພັນຕ່າງປະເທດແມ່ນຫຼາຍຝ່າຍ, ຫຼາຍຮູບແບບເຮັດໃຫ້ ການພົວພັນຕ່າງປະເທດປະຊາຊົນ ມີຂອບເຂດການເຄື່ອນໄຫວກວ້າງຂຶ້ນ,ສະດວກສະບາຍຂຶ້ນ.

ກຳລັງແຮງແມ່ນຊອບທຳ ແລະ ຈິງໃຈ

ທ່ານນາງ ຫງວຽນ ຖີ້ ບິ່ງ ພົບປະກັບທ່ານນາງ Nancy Hollender - ສະມາຊິກໜຸ່ມທີ່ສຸດໃນການພົບປະກ່ຽວກັບການພົວພັນຕ່າງປະເທດປະຊາຊົນ ຄັ້ງທຳອິດລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ ໃນເມື່ອກ່ອນ, ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 7 ມີນາ 2019.

ທ່ານນາງ ຫງວຽນ ຖິ້ ບິ່ງ, ຄຸນລັກສະນະທີ່ສຸດຂອງວຽກງານການພົວພັນຕ່າງປະເທດປະຊາຊົນປັດຈຸບັນນີ້ທຽບໃສ່ກ່ອນໜ້ານີ້ແມ່ນຫຍັງ?

- ກ່ອນໜ້ານີ້, ປະຕິບັດໜ້າທີ່ວຽກງານດ້ານການພົວພັນຕ່າງປະເທດປະຊາຊົນ ຕ້ອງແມ່ນທີມງານຊ່ຽວຊານສະເພາະ. ປັດຈຸບັນ,ປະຊາຊົນທັງໝົດພ້ອມກັນປະຕິບັດໜ້າທີ່ວຽກງານດ້ານການພົວພັນຕ່າງປະເທດປະຊາຊົນ ໄດ້. ໃນເກືອບທຸກຂົງເຂດຕັ້ງແຕ່ຊີວິດການເປັນຢູ່ຮອດເສດຖະກິດ,ວັດທະນະທຳ,ທ່ອງທ່ຽວ… ພວກເຮົາລ້ວນແຕ່ມີສາຍພົວພັນກັບບັນດາປະເທດ. ສະນັ້ນເມຶ່ອປະຊາຊົນເຂົ້າຮ່ວມເຄື່ອນໄຫວຢູ່ບັນດາຂົງເຂດນີ້ແມ່ນຕ້ອງການການຮ່ວມມືຂອງເພື່ອນຮ່ວມງານ. ນັ້ນແມ່ນການພົວພັນຕ່າງປະເທດປະຊາຊົນ. ຄຽງຄູ່ກັນນັ້ນ, ປະຊາຊົນຍັງຕ້ອງຍາດການສະໜັບສະໜຸນຈາກຕ່າງປະເທດ, ເພຶ່ອໃຫ້ເພື່ອນເຂົ້າໃຈ ແລະ ສະໜັບສະໜຸນ ຫວຽດນາມ. ເປັນຄືແນວນັ້ນ,ບັນຫາທີ່ຕັ້ງຂຶ້ນແມ່ນພວກເຮົາຕ້ອງລວມໂຕ, ຝຶກອົບຮົມ, ເຜີຍແຜ່ເຮັດຈັ່ງໃດໃຫ້ປະຊາຊົນມີຈິດໃຈ ແລະ ທັກສະໃນການເຄື່ອນໄຫວການພົວພັນຕ່າງປະເທດປະຊາຊົນ ຍິ່ງຫຼາຍເທົ່າໃດຍິ່ງດີ.

ຮຽນທ່ານ, ແນວນັ້ນພວກເຮົາຕ້ອງມີຈິນຕະນາການແບບໃດໃຫ້ເໝາະສົມ?

- ຂ້າພະເຈົ້າ ຄິດວ່າ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ແຕ່ກ່ອນຮອດປັດຈຸບັນມີການປະກອບສ່ວນຢ່າງໃຫຍ່ຫຼວງ, ແຕ່ສະພາບການປັດຈຸບັນນີ້ຮຽກຮ້ອງໃຫ້ VUFO ຕ້ອງມີຄວາມຕັ້ງໜ້າ ແລະເຂັ້ມແຂງກວ່າເກົ່າ.

ເພຶ່ອເຮັດໄດ້ວຽກນັ້ນ, ຕາມຂ້າພະເຈົ້າແມ່ນ VUFO ຕ້ອງເອົາໃຈໃສ່ 2 ປະການ. ໜຶ່ງ ແມ່ນເນຶ້ອໃນ: ເຄື່ອນໄຫວສາມັກຄີ, ມິດຕະພາບປັດຈຸບັນນີ້ຕ້ອງຕິດພັນກັບບັນດາຄວາມຮຽກຮ້ອງຕ້ອງການອື່ນຄື ສັນຕິພາບ, ຄວາມໝັ້ນຄົງ, ອະທິປະໄຕແຫ່ງຊາດ,ເສດຖະກິດ, ວັດທະນະທຳ…

ກຳລັງແຮງແມ່ນຊອບທຳ ແລະ ຈິງໃຈ

ທ່ານນາງ ຫງວຽນ ຖິ້ ບິ່ງ (ຜູ້ຍິງຢືນຢູ່ເຄິ່ງກາງ) ເຂົ້າຮ່ວມກອງປະຊຸມ 4 ຝ່າຍກ່ຽວກັບສັນຕິພາບສຳລັບຫວຽດນາມຢູ່ປາຣີໃນໄລຍະປີ 1968 -1973 ແລະ ເພື່ອນຝລັ່ງ.

ອັນທີ່ສອງກ່ຽວກັບຂອບເຂດ: ກ່ອນໜ້ານີ້ຄູ່ຮ່ວມມືແມ່ນ ມິດສະຫາຍ, ແມ່ນໝູ່ເພື່ອນອັນເປັນມູນເຊື້ອ. ແຕ່ປັດຈຸບັນພວກເຮົາສາມາດຮ່ວມມືກັບທຸກໆຄູ່ກໍລະນີທີ່ມີຜົນປະໂຫຍດຄືກັນກັບເຮົາແລະບໍ່ມີຜົນສະທ້ອນຕໍ່ຄຸນຄ່າລວມແມ່ນໄດ້. ພວກເຮົາຕ້ອງເຮັດແນວໃດເພຶ່ອໃຫ້ຕາໜ່າງໝູ່ເພື່ອນ,ຄູ່ຮ່ວມມືຕ່າງປະເທດນັບມື້ນັບກວ້າງຂຶ້ນ.

ຂໍທ່ານໃຫ້ຮູ້ວ່າ,ບົດຮຽນທີ່ໃຫຍ່ທີ່ສຸດເພຶ່ອສ້າງພື້ນຖານການພົວພັນຕ່າງປະເທດປະຊາຊົນ ຢ່າງແຂງແກ່ນ, ມີປະສິດທິຜົນ ແມ່ນຫຍັງ?

- ການປະຕິວັດຫວຽດນາມ ສະໄໝ ໂຮ່ຈີມິງ ແມ່ນຜ່ານບັນດາໄລຍະສ້າງສາປະເທດ, ປົກປັກຮັກສາປະເທດ ແລະ ປັດຈຸບັນແມ່ນ ໄລຍະພັດທະນາປະເທດຊາດ. ສອງໄລຍະກ່ອນ. ການພົວພັນຕ່າງປະເທດປະຊາຊົນ ໄດ້ສ້າງຜົນສຳເລັດຫຼາຍຢ່າງ. ບົດຮຽນຍິ່ງໃຫຍ່ສຸດແມ່ນຄວາມໝາຍຫຼັກຂອງບັນດາການຕໍ່ຕ້ານ ແລະ ຄວາມກ້າຫານ, ອົດທົນຂອງປະຊາຊົນ. ອັນນັັ້ນໄດ້ກໍ່ເກີດຄວາມຊົມເຊີຍ, ຮັກແພງຂອງປະຊາຊົນທົ່ວປະເທດ. ການຕໍ່ສູ້ຢ່າງແທ້ຈິງນີ້ບໍ່ພຽງໃຫ້ພວກເຮົາແຕ່ໃຫ້ຄວາມຍຸຕິທຳທົ່ວທັງໂລກ.​ ໝາຍຄວາມວ່າ, ຄຸນທາດການປະຕິວັດຫວຽດນາມແມ່ນວ່າເປັນການຕໍ່ສູ້ປົກປ້ອງສິດເປັນເຈົ້າ ຫຼື ສ້າງສາປະເທດກໍ່ແມ່ນຄວາມໝາຍຫຼັກ,ດີງາມ ກໍຈະໄດ້ຮັບການຊ່ວຍຊູລວມໃນທົ່ວໂລກ.

ທ່ານໃຫ້ຮູ້ແດ່ວ່າ ກຳລັງແຮງໃຫຍ່ສຸດຂອງການພົວພັນຕ່າງປະເທດປະຊາຊົນ ໃນປັດຈຸບັນນີ້ແມ່ນຫຍັງ ?

- ຄຸນຄ່າຂອງເຮົາປັດຈຸບັນນີ້ໃນສາຍຕາຂອງໝູ່ເພື່ອນຕ່າງປະເທດແມ່ນຈິດໃຈຕໍ່ສູ້ຄວາມທຸກຍາກຂາດເຂີນ, ຫຼ້າຫຼັງ... ຜ່ານຈຸດນັ້ນ, ພວກເຂົາເຫັນໄດ້ເຖິງຄວາມກະຕືລືລົ້ນ, ຄວາມພະຍາຍາມພັດທະນາຂອງຫວຽດນາມ. ສອງແມ່ນພວກເຮົາໄດ້ສະແດງໃຫ້ເຫັນເຖິງຈິດໃຈຮັກແພງຄວາມສະຫງົບ, ເອກະລາດ ແລະ ຈິດໃຈຢາກພົວພັນມິດຕະພາບກັບທຸກໆປະເທດ. ພ້ອມກັນນັ້ນ, ບັນດາຄຸນຄ່າໄດ້ກ່າວມານັ້ນຂອງຫວຽດນາມໄດ້ຢືນຢັນໃຫ້ເຫັນໂດຍຈຸດຢືນຂອງເຮົາໃນສາກົນ. ພວກເຮົາມີການພົວພັນກັບເກືອບທຸກປະເທດ; ເຂົ້າຮ່ວມຢ່າງຈິງຈັງ ແລະ ໄດ້ຜົນໃນການເຄື່ອນໄຫວສາກົນ ແລະ ພາກພື້ນ.

ກຳລັງແຮງແມ່ນຊອບທຳ ແລະ ຈິງໃຈ

ທ່ານນາງ ຫງວຽນ ຖີ້ ບິ່ງ ໄດ້ເຊັນສັນຍາປາຣີໃນວັນທີ 27 ມັງກອນ 1973.

ຕາມຄວາມເຫັນຂອງທ່ານ, ອັນໃດແມ່ນຄວາມທ້າທາຍໃຫຍ່ສຸດໃນໜ້າວຽກ ການພົວພັນຕ່າງປະເທດປະຊາຊົນ ຂອງພວກເຮົາໃນປັດຈຸບັນນີ້?

- ກ່ອນໜ້ານີ້, ມີຝ່າຍສັງຄົມນິຍົມ, ມີບັນດາການຈັດຕັ້ງປະຊາທິປະໄຕສາກົນເປັນແກ່ນສານໃຫ້ການເຄື່ອນໄຫວຂອງຂະບວນການ.​ ປັດຈຸບັນນີ້ພວກເຮົາຕ້ອງເພິ່ງພາຕົນເອງ ແລະ ຮຽກຮ້ອງໃຫ້ເປັນເຈົ້າການ ແລະ ຄ່ອງແຄ້ວຂຶ້ນ. ນອກນັ້ນ,​ ວຽກງານການພົວພັນຕ່າງປະເທດປະຊາຊົນ ໃນທຸກມື້ນີ້ຕ້ອງແມ່ນປະຊາຊົນທັງໝົດຮ່ວມມືບໍ່ແມ່ນພຽງແຕ່ທີມມືອາຊີບຄືແຕ່ກ່ອນ. ອັນນີ້ແມ່ນທ່າແຮງແຕ່ກໍ່ຍັງຮຽກຮ້ອງ, ທ້າທາຍໃຫຍ່ຫຼວງຕໍ່ວຽກຈັດຕັ້ງ, ສັງລວມກຳລັງ.

ຮຽນທ່ານ, ກົນໄກ, ນະໂຍບາຍໃນລະບົບສະຖາບັນແມ່ນເປັນຄວາມຫຍຸ້ງຍາກ, ຈຸດອ່ອນຂອງການພົວພັນຕ່າງປະເທດປະຊາຊົນ ໃນປັດຈຸບັນ?

- ປັດຈຸບັນດ້ານທິດສະດີ, ກ່ຽວກັບແນວທາງກໍ່ຖືຄວາມສຳຄັນຂອງການພົວພັນຕ່າງປະເທດປະຊາຊົນ ແຕ່ໃນໂຕຈິງໜ້າວຽກນີ້ຍັງບໍ່ໄດ້ຮັບການສ້າງເງື່ອນໄຂເຄື່ອນໄຫວດີເທົ່າທີ່ຄວນ. ພົ້ນເດັ່ນສຸດແມ່ນສອງບັນຫາ ຄື ກໍ່ສ້າງພະນັກງານແກ່ນສານ ແລະ ງົບປະມານ.

ຮຽນທ່ານ, ພວກເຮົາສາມາດເຮັດຫຍັງເພຶ່ອເພີ່ມກຳລັງແຮງໃຫ້ການພົວພັນຕ່າງປະເທດປະຊາຊົນ?

- ຂ້າພະເຈົ້າຄິດວ່າ, ພວກເຮົາຕ້ອງມີແນວທາງ, ການສະໜັບສະໜຸນທີ່ດີ ແຕ່ບັນຫາແມ່ນຕ້ອງເຮັດໃຫ້ສິ່ງນັ້ນເປັນຈິງ. VUFO ແລະ ບັນດາການຈັດຕັ້ງເຄື່ອນໄຫວການພົວພັນຕ່າງປະເທດປະຊາຊົນອື່ນໆຕ້ອງໄດ້ຮັບການຊີ້ນຳໃກ້ຊິດຂຶ້ນ ແລະ ໄດ້ຮັບການສ້າງເງື່ອນໄຂສະດວກຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ບັນດາຫົວໜ່ວຍ, ບັນດາອົງການຈັດຕັ້ງເຫຼົ່ານີ້ຕ້ອງໄດ້ປ່ຽນແປງໃຫ້ເຂັ້ມແຂງກວ່າເດີມ.

ກຳລັງແຮງແມ່ນຊອບທຳ ແລະ ຈິງໃຈ

ບັນດານັກສຶກສາເຢຍລະມັນ ຢູ່ນະຄອນເບີລິນໃນວັນທີ 26 ກຸມພາ 1968.

ຮຽນທ່ານ, ປັດໄຈທີ່ມີຜົນກະທົບໃຫຍ່ສຸດຈາກທາງນອກສູ່ການພົວພັນຕ່າງປະເທດປະຊາຊົນໃນໄລຍະເວລາຕໍ່ໜ້ານີ້ແມ່ນຫຍັງ?

- ປັດຈຸບັນນີ້ຄູ່ຮວ່ມມື,ໝູ່ເພື່ອນຂອງເຮົາເຖິງແມ່ນວ່າຈະກວ້າງກວ່າທີ່ຜ່ານມາແຕ່ກໍຫຼາກຫຼາຍ ແລະ ຫຍຸ້ງກວ່າ. ກ່ອນອື່ນໝົດແມ່ນຍ້ອນການປ່ຽນແປງຂອງສະຖານະການ, ແນວຄິດການຕ່າງປະເທດໃນໂລກ ສະນັ້ນໝູ່ເພື່ອນ, ຄູ່ຮ່ວມມື ກໍຍັງບໍ່ທັນເຂົ້າໃຈຖ່ອງແທ້ເຖິງຂໍ້ຫຍຸ້ງຍາກ, ຂໍ້ສະດວກຂອງພວກເຮົາ, ຍັງບໍ່ທັນເຂົ້າໃຈຄົບຖ້ວນເຖິງນະໂຍບາຍຂອງເຮົາ. ສະນັັ້ນ,ການພົວພັນຕ່າງປະເທດປະຊາຊົນ ຕ້ອງໄດ້ເຮັດໃຫ້ໂລກເຂົ້າໃຈຫວຽດນາມຫຼາຍຂຶ້ນແລະ ອັບເດດກ່ວາເກົ່າ.

ຮຽນທ່ານ, ຖ້າຫາກຢາກແນະນຳ,ມອບໝາຍໃຫ້ຜູ້ທີ່ເຮັດໜ້າທີ່ວຽກງານດ້ານການພົວພັນຕ່າງປະເທດປະຊາຊົນໃນປັດຈຸບັນນີ້ ແລະ ຕໍ່ຈາກນີ້, ທ່ານຊິເວົ້າຫຍັງແດ່?

- ປັດຈຸບັນນີ້ທີມງານຊ່ຽວຊານສະເພາະຂອງເຮົາຍັງໜຸ່ມນ້ອຍ, ຍັງບໍ່ທັນມີປະສົບການຫຼາຍ. ຫຼາຍໄປກວ່ານັ້ນ, ການຊີ້ນຳ; ພິເສດແມ່ນການຊີ້ນຳເພຶ່ອກາຍເປັນສະຖາບັນຍັງບໍ່ລະອຽດ,ຖືກຕ້ອງ. ເພາະສະນັ້ນ,ໃກ້ຊິຮອດນີ້,ຂ້າພະເຈົ້າຂໍຮຽກຮ້ອງໃຫ້ພັກຕ້ອງຕັ້ງບັນຫາກ່ຽວກັບການພົວພັນຕ່າງປະເທດປະຊາຊົນຖືກຕ້ອງກວ່ານີ້. ບັນດາພະນັກງານ ໃນກ້ອນກຳລັງຊ່ຽວຊານສະເພາະຕ້ອງເປັນມືອາຊີບຂຶ້ນອີກ. ເປັນມືອາຊີບສຳຄັນທີ່ສຸດແມ່ນຄວາມກະຕືລືລົ້ນ. ​ຫຼັງຈາກນັ້ນແມ່ນຕ້ອງຮູ້ໂຕ້ແຍ້ງ, ສະຫຼາດຫຼັກແຫຼມ, ຄ່ອງແຄ້ວເພື່ອຍາດເວລາຮຽນຮູ້ເຂົ້າໃຈ, ຄວາມຮັກແພງຂອງໝູ່ເພື່ອນສາກົນ. ພະນັກງານເຮັດວຽກງານການພົວພັນຕ່າງປະເທດປະຊາຊົນຕ້ອງເຫັນວ່ານັັ້ນແມ່ນພາລະໜ້າທີ່ຂອງຊີວິດເຮົາ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2866.html

In bài biết