ກອງປະຊຸມສະໄໝສະມັນຄັ້ງທີ 8, ສະພາແຫ່ງຊາດຊຸດທີ XIV: ຮັບຮອງເອົາກົດໝາຍຈຳນວນໜຶ່ງ
![]() |
ຕອນບ່າຍວັນທີ 25 ພະຈິກ, ດ້ວຍຄະແນນສຽງເຫັນດີສ່ວນຫຼາຍ, ສະພາແຫ່ງຊາດຮັບຮອງເອົາກົດໝາຍຈຳນວນໜຶ່ງ. (ພາບ: TTXVN)
ດ້ວຍຄະແນນສຽງເຫັນດີສ່ວນຫຼາຍ, ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມມາດຕາ 3 ຂອງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືຊ່ວຍໜູນ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ, ຂ້າມແດນ, ການຢູ່ອາໄສຂອງຊາວຕ່າງປະເທດທີ່ຫວຽດນາມ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ…ຕອນເຊົ້າວັນທີ 25 ພະຈິກ, ເມື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັນນະສູດຍຸຕິທຳ ເພື່ອແນໃສ່ສືບຕໍ່ສ້າງລະບອບກົດໝາຍໃຫ້ສົມບູນແບບ. ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຊັນນະສູດຍຸຕິທຳຕ້ອງຊ່ວຍຍົກສູງປະສິດທິພາບ, ປະສິດທິຜົນຂອງວຽກງານຊັນນະສູດຍຸຕິທຳ, ຮັບປະກັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຊັນນະສູດຂອງ ການເຄື່ອນໄຫວດຳເນີນຄະດີເວົ້າລວມ ແລະ ໃນການແກ້ໄຂຄະດີສໍ້ລາດບັງຫຼວງ, ເສດຖະກິດເວົ້າສະເພາະ.
(ໄຊພອນ)