06:17 | 27/11/2019

ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22

ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ອາຊຽນ ເຊື້ອມຕໍ່ຮອດປີ 2025: ໂລກອັດສະລິຍະໃໝ່, ປະດິດຄິດສ້າງດີຈີຕອນເພື່ອພາກພື້ນທະນາຄານ ອາຊຽນ”, ກອງປະຊຸມ ໂດຍສະຫະສະມາຄົມບັນດາທະນາຄານ ກໍາປູເຈຍ (ABC) ແລະ ສະຫະສະມາຄົມບັນດາທະນາຄານໃນ ອາຊຽນ (ABA) ຮ່ວມກັນຈັດຕັ້ງ. ນໍາໜ້າຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນຕວ່ານຖັ໊ງ, ເລຂາທິການໃຫຍ່ສະຫະສະມາຄົມທະນາຄານຫວຽດນາມ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22

ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22 (ພາບ: TTXVN)

ນະທີ່ນີ້, ບັນດານັກປາຖະກະຖາທີ່ມີສື່ສຽງ ກໍໄດ້ມີບົດປະກອບຄໍາເຫັນ ກ່ຽວກັບບັນດາຫົວຂໍ້ທີ່ຈໍາເປັນ ຢູ່ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22, ພິເສດແມ່ນຂະບວນວິວັດຫັນເປັນດີຈີຕອນ ແລະ ເຕັກໂນໂລຢີການເງິນ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, blockchain ແລະ ການຫັນເປັນດີຈີຕອນໃນຂົງເຂດການທະນາຄານ ແລະ ບັນດາການບໍລິການການເງິນ. ໃນຂອບເຂດກອງປະຊຸມ ທີ່ຈັດຂຶ້ນໃນລະຫວ່າງວັນທີ 26 – 27 ພະຈິກ ຈະດໍາເນີນກອງປະຊຸມຄັ້ງທີ 49 ສະພາການທະນາຄານ ອາຊຽນ ສະຫງວນສະເພາະໃຫ້ສະມາຊິກສະຫະສະມາຄົມບັນດາທະນາຄານໃນອາຊຽນ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

Link: https://huunghivietlao.thoidai.com.vn/detail-article-2852.html

In bài biết