06:47 | 19/11/2019

ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານຮອງນາຍົກລັດຖະມົນຕີໄທ

ທີ່ການພົບປະກັບທ່ານ Prawit Wongsuwan ຮອງນາຍົກລັດຖະມົນຕີໄທ, ທ່ານພົນເອກ ໂງຊວນລິກ ໄດ້ຊົມເຊີຍກະຊວງປ້ອງກັນປະເທດໄທ ແລະກອງທັບລາດຊະວົງໄທ ໃນປີໄທດຳລົງຕຳແໜ່ງເປັນປະທານອາຊຽນ ທີ່ຈັດຕັ້ງບັນດາກອງປະຊຸມດ້ານປ້ອງກັນຊາດ, ການທະຫານສໍາເລັດຜົນ. ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມເຊື່ອໝັ້ນວ່າກອງປະຊຸມ ADMM ວົງແຄບ ແລະກອງປະຊຸມ ADMM+ ໂດຍກະຊວງປ້ອງກັນປະເທດໄທ ຈັດຕັ້ງຈະສໍາເລັດຢ່າງຈົບງາມ.

ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານຮອງນາຍົກລັດຖະມົນຕີໄທ

ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານ Prawit Wongsuwan ຮອງນາຍົກລັດຖະມົນຕີໄທ. (ພາບ: qdnd.vn)

ທ່ານ Prawit Wongsuwan ໄດ້ຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງຫວຽດນາມ ໃນປີໄທດຳລົງຕຳແໜ່ງເປັນປະທານອາຊຽນ 2019; ທ່ານຢັ້ງຢືນວ່າ, ໄທຈະເຂົ້າຮ່ວມຢ່າງຕັ້ງໜ້າ ແລະສະໜັບສະໜູນກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງບັນດາກອງປະຊຸມດ້ານປ້ອງກັນຊາດ, ການທະຫານໃນປີຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020 ໃຫ້ປະສົບຜົນສໍາເລັດ. ສອງຝ່າຍກໍ່ເຫັນດີເປັນເອກະພາບໂດຍຖືວ່າ, ພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຕ່າງໆ, ເພາະສະນັ້ນ, ເລື່ອງຮັກສາບົດບາດເປັນໃຈກາງ, ນໍາໜ້າຂອງອາຊຽນ ໃນບັນດາກົນໄກການຮ່ວມມືຢູ່ພາກພື້ນ, ໃນນັ້ນມີ ADMM+ ແມ່ນມີຄວາມໝາຍສໍາຄັນທີ່ສຸດ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-2846.html

In bài biết