09:21 | 25/10/2019

ຫວຽດ​ນາມ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື​່​ສານ ອາ​ຊຽນ ຄັ້ງ​ທີ 19

ຫວຽດ​ນາມ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື​່​ສານ ອາ​ຊຽນ ຄັ້ງ​ທີ 19

ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທ່ານ ຫງວຽນແທັ່ງຮຶງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມ. ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນແທັງຮຶງ ພ້ອມກັບບັນດາສະມາຊິກໃນຄະນະປະຕິບັດງານຈະມີການພົບປະ ແລະ ເຮັດວຽກສອງຝ່າຍກັບບັນດາປະເທດ ແລະ ITU ເພື່ອແນໃສ່ ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກໍ່ຄືບັນດາຂົງເຂດການຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ.

ໃນຂອບເຂດກອງປະຊຸມ, ບັນດາການນຳຮັບຜິບຊອບຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ ຈະກວດກາຄືນສະພາບການຜັນຂະຫຍາຍການຮ່ວມມືພາຍໃນ 1 ປີທີ່ຜ່ານມາ, ພ້ອມທັງປຶກສາຫາລືເຫັນດີເປັນເອກະພາບຕໍ່ການກຳນົດທິດການຮ່ວມມືກັບບັນດາເປົ້າໝາຍບຸລິມະສິດໃຫ້ແກ່ໄລຍະການຮ່ວມມືຕໍ່ໄປ, ລວມມີບັນດາຂໍ້ລິເລີ່ມ, ລາຍການຮ່ວມມືເພື່ອແນໃສ່ຫັນເປັນດີຈີຕອນຢູ່ອາຊຽນ.

ໂດຍໄດ້ມີການປຶກສາຫາລື, ແລກປ່ຽນດ້ານນະໂຍບາຍ ແລະ ລະບຽບການ ກັບ ປະເທດຄູ່ຮ່ວມເຈລະຈາ ລວມທັງການຮ່ວມມື ກັບຄູ່ຮ່ວມພັດທະນາ, ຜູ້ປະກອບການພາກເອກະຊົນ ເພື່ອສົ່ງເສີມໃຫ້ເສດຖະກິດ-ສັງຄົມ ດີຈີຕອນ ມີການຂະຫຍາຍຕົວ, ສອດ ຄ່ອງກັບເປົ້າໝາຍ ປະຊາຄົມອາຊຽນ ເຊິ່ງປີນີ້ ໄດ້ກ້າວເຂົ້າສູ່ປີສຸດທ້າຍ ຂອງການປະຕິບັດແຜນແມ່ບົດອາຊຽນ ໄອຊີທີ 2020 (AIM 2020) ເຊິ່ງໄດ້ປະກອບສ່ວນເຮັດ ໃຫ້ບັນດາ ປະເທດສະມາຊິກ ອາ ຊຽນ ມີຄວາມກ້າວໜ້າໃນແຕ່ລະດ້ານ ແລະ ຫັນເປັນ ດີຈີຕອນ ເທື່ອລະກ້າວ.

ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີໄດ້ຈັດຕັ້ງປະຈຳປີ ຢູ່ພາກພື້ນອາຊຽນ ດ້ວຍເປົ້າໝາຍແມ່ນເພີ່ມທະວີການຮ່ວມມືກ່ຽວກັບໂທລະຄົມມະນາຄົມ ແລະ ເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດສະມາຊິກ ຂອງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2809.html

In bài biết