11:08 | 27/10/2019

ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ

ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ

ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ. (ພາບ: quochoi.vn)

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີພຽງແຕ່ປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ ວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂັ້ນທ້ອງຖິ່ນ, ສຸມໃສ່ເຂົ້າບັນຫາເຮັດໃຫ້ກົງຈັກກະທັດຮັດ, ຍູ້ແຮງການແບ່ງສິດອຳນາດ, ແບ່ງຂັ້ນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ການກວດກາຄືນໃໝ່ບົດບາດໜ້າທີ່, ສິດອຳນາດຂອງບາງອົງການບໍລິຫານຂອງລັດ.

ເພື່ອຮັບປະກັນໄດ້ລັກສະນະຄົບຊຸດ, ມີຄວາມເປັນເອກະພາບກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ ກຳນົດວັນເວລາທີ່ກົດໝາຍດັ່ງກ່າວມີຜົນສັກສິດແມ່ນແຕ່ວັນທີ 1 ມິຖຸນາ 2021 ເພື່ອເລີ່ມຜັນຂະຫຍາຍແຕ່ອາຍຸການຂອງລັດຖະບານຊຸດທີ XV ແລະ ສະພາປະຊາຊົນອາຍຸການ (2021 - 2026).

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2806.html

In bài biết