06:07 | 10/09/2019

ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ໄດ້ດຳເນີນ ຢູ່ ບາງກອກ ປະເທດ ໄທ

ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ໄດ້ດຳເນີນ ຢູ່ ບາງກອກ ປະເທດ ໄທ

ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ໄດ້ດຳເນີນ ຢູ່ ບາງກອກ ປະເທດ ໄທ.(ພາບ:thoibaotaichinhvietnam.vn)

ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຂອງ RCEP ຄັ້ງ​ສຸດ​ທ້າຍ ​ກ່ອນ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ ​ອາ​ຊຽນ ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ບາງກອກ ​ໃນ​ເດືອນ​ພະ​ຈິກ​ປີນີ້ ເຊິ່ງ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ​ໃນ ກອງ​ປະ​ຊຸມ​ ໄດ້​ມີ​ຄວາມ​ເຫັນ ​​ເປັນເອ​ກະ​ພາບ​ກັນ​ ​ຈະ​ພະ​ຍາ​ຍາມ​ຊຸກ​ຍູ້ ​ການ​ເຈ​ລະ​ຈາ​ດ້ານ​ເຕັກ​ນິກ​ ທຸກ​​ຢ່າງ​​ໃຫ້​ສຳ​ເລັດ ຕາມ​ເປົ້າ​ໝາຍ​ ທີ່​ກຳ​ນົດ​ໄວ້​​ ໃນ​ກອງ​ປະ​ຊຸມ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ຄັ້ງ​ສຸດ​ທ້າຍ​ຂອງ RCEP ທີ່​ຈະ​ຈັດ​ຂຶ້ນ​ຢູ່​ດາ​ນັງ​ ຂອງ​ຫວຽດ​ນາມ​ ແຕ່​ວັນ​ທີ 19-27 ກັນ​ຍານີ້ ແລະ ​​ຈະສະ​ເໜີ ​ຜົນ​​ຂອງການ​ເຈ​ລະ​ຈາ ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ ​ອາ​ຊຽນ ​ເພື່ອ​ຄົ້ນ​ຄວ້າ​ ພິ​ຈາ​ລະ​ນາຕື່ມ​ອີກ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລືບັນດາມາດຕະການລະອຽດ ເພື່ອກຳນົດທິດໃຫ້ແກ່ໄລຍະການເຈລະຈາຈະມາເຖິງ ເຊິ່ງລວມມີ: ສືບຕໍ່ສະແດງຄວາມຕັດສິນໃຈດ້ານການເມືອງ ໃນການຊຸກຍູ້ໃຫ້ສິ້ນສຸດການເຈລະຈາ; ຍົກອອກບັນດາການຊີ້ນຳສຳລັບຄະນະນັກເຈລະຈາບັນດາປະເທດ ກ່ຽວກັບການສະແດງຄວາມຕັດສິນໃຈດ້ານການເມືອງ ນັ້ນໃນວິວັດການເຈລະຈາ, ພິເສດແມ່ນທ່າທີໄຫວພິບໃນການແກ້ໄຂບັນດາເນື້ອໃນທີ່ຍັງຄົງຄ້າງທັງໝົດ; ຊີ້ນຳສຳລັບວິທີການແກ້ໄຂບາງເນື້ອໃນສຳຄັນໃນບັນດາຂົງເຂດຄື ເປີດປະຕູຕະຫລາດສິນຄ້າ, ການລົງທຶນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-280.html

In bài biết