06:00 | 31/10/2019

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​ເຫ້ວ​ ຕ້ອນ​ຮັບ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນີ​ເຊ​ເຣຍ - ຫວຽດ​ນາມ

ຕອນເຊົ້າວັນທີ 29 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Abuja, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ ເຂົ້າຢ້ຽມຄ່ຳນັບຕາມພິທີທາງການທູດ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​ເຫ້ວ​ ຕ້ອນ​ຮັບ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນີ​ເຊ​ເຣຍ - ຫວຽດ​ນາມ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດ ນີເຊເຣຍ - ຫວຽດນາມ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຊົມເຊີຍບັນດາອົງການຈັດຕັ້ງ, ວິສາຫະກິດຂອງ ນີເຊເຣຍ ທີ່ໄດ້ສ້າງຕັ້ງສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ, ສະເໜີໃຫ້ສະຫະສະມາຄົມ ແລະ ບັນດາວິສາຫະກິດຫວຽດນາມ ກ່ອນອື່ນໝົດແມ່ນສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ. ເພື່ອໜູນຊ່ວຍໃຫ້ແກ່ການເຕີບໂຕດ້ານການຄ້າ, ການຮ່ວມມືລົງທຶນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ຫວຽດນາມອາດຈະເປີດສາຍການບິນໂດຍກົງໄປ ຍັງນີເຊເຣຍ.

ສ່ວນທ່ານ Sani Bako, ປະທານສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າມາລົງທຶນໃນຂົງເຂດປູກໝາກມ່ວງຫິມະພານ ແລະ ໂຮງງານປຸງແຕ່ງໝາກມ່ວງຫິມະພານ ກໍ່ຄືບັນດາໂຮງງານປຸງແຕ່ງໄມ້ຢູ່ເນເຊເຣຍ ເພື່ອສົ່ງອອກໄປຍັງເອີລົບ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-2799.html

In bài biết