06:00 | 23/10/2019

ສະພາແຫ່ດງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫຼັກຊັບ

ສະພາແຫ່ດງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫຼັກຊັບ

ສະພາແຫ່ດງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫຼັກຊັບ.(ພາບ:quochoi.vn)

ຮ່າງກົດໝາຍວ່າດ້ວຍຫຼັກຊັບສະບັບນີ້ ໄດ້ຮັບເອົາ, ປັບປຸງຫຼາຍເນື້ອໃນສໍາຄັນເພື່ອຫຼຸດຜ່ອນຂໍ້ຄົງຄ້າງ ແລະ ເຂົ້າເຖິງບັນດາຫຼັກການ, ມາດຖານສາກົນ, ສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາຂອງຕະຫຼາດຫຼັກຊັບຫວຽດນາມ. ເພື່ອປະກອບສ່ວນສ້າງສໍາເລັດກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ປະສິດທິຜົນ ເມື່ອປະກາດໃຊ້, ການບໍລິຫານ, ຄວາມສ່ຽງ ແລະ ຈັດຕັ້ງການພົວພັນຊື້ຂາຍຫຼັກຊັບໂດຍກົງ.

ທ່ານ ຫວູຮົ່ງແທງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າກໍາມາທິການເສດຖະກິດຂອງສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ກົດໝາຍວ່່າດ້ວຍຫຼັກຊັບ ສະບັບປັບປຸງ ແມ່ນບາດກ້າວເດີນບຸກທະລຸ ເພື່ອຮັບປະກັນສິນຄ້າທີ່ຈໍາໜ່າຍຢູ່ທ້ອງຕະຫຼາດແມ່ນສິນຄ້າມີຄຸນນະພາບດີ, ດຶງດູດແຫຼ່ງເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ.

ຮ່າງກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ລວມມີ 10 ພາກ, 136 ມາດຕາ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2793.html

In bài biết