06:37 | 23/10/2019

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019

ພາບປະກອບ

ປື້ມປົກຂາວອຸດສາຫະກຳຫວຽດນາມ 2019 ໄດ້ໄຈ້ແຍກ ແລະ ຕີລາຄາສະພາບປະຈຸບັນຂອງຂະແໜງອຸດສາຫະກຳປະດິດສ້າງຂອງຫວຽດນາມ. ປື້ມປົກຂາວຫົວນີ້ໄດ້ຊີ້ໃຫ້ເຫັນບັນດາຂໍ້ຕິດຄັດ ແລະ ບັນດາສິ່ງຄົງຄ້າງຄວນໄດ້ຮັບການແກ້ໄຂຢູ່ທັງລະດັບມະຫາພາກ ແລະ ຂັ້ນຂະແໜງ; ພ້ອມທັງຍົກອອກຂໍ້ສະເໜີແນະດ້ານນະໂຍບາຍເພື່ອແນໃສ່ບັນລຸໄດ້ຄາດໝາຍຂອງລັດຖະບານທີ່ໄດ້ວາງອອກ, ນັ້ນແມ່ນຊຸກຍູ້ການຫັນເປັນອຸດສາຫະກຳ ຜ່ານຄວາມມານະພະຍາຍາມຍົກສູງມູນຄ່າເພີ່ມ ແລະ ປັບປຸງເຕັກໂນໂລຊີມີການຄິດໄລ່ເຖິງຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ສະພາບພົນລະເມືອງຜູ້ມີອາຍຸສູງກວມເອົາສ່ວນຫຼາຍ. ປື້ມປົກຂາວອຸດສາຫະກຳຫວຽດນາມ 2019 ໄດ້ຮັບການສ້າງຂຶ້ນໃນຂອບເຂດໂຄງການໜູນຊ່ວຍລັດຖະບານຫວຽດນາມ ໃນການສ້າງຍຸດທະສາດຂະແໜງອຸດສາຫະກຳ ແລະ ບັນດານະໂຍບາຍກ່ຽວຂ້ອງເຖິງການຮັບຮອງເອົາການສ້າງກຳລັງຄວາມສາມາດລະບອບລະບຽບການ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2791.html

In bài biết