18:13 | 02/10/2019

ຫວຽດນາມ ແລະ ກໍາປູເຈຍ ຊຸກຍູ້ການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດ

ທີ່ການຕ້ອນຮັບ, ທ່ານພົນເອກ Sem Sovanny ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອອັນລໍ້າຄ່າ ເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ກໍາປູເຈຍ ໃນພາລະກິດປົດປ່ອຍຊາດ, ກູ້ຊ່ວຍປະເທດ ແລະປະຊາຊົນກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດຂອງປອນປົດ. ໃນສະພາບການສາຍພົວພັນດ້ານປ້ອງກັນຊາດສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ທ່ານພົນເອກ Sem Sovanny ຫວັງວ່າການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດລະຫວ່າງສອງປະເທດຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ.

ຫວຽດນາມ ແລະ ກໍາປູເຈຍ ຊຸກຍູ້ການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດ

ທ່ານພົນໂທ ຫງວຽນເຟືອງນາມ ຕ້ອນຮັບທ່ານພົນເອກ Sem Sovanny ຜູ້ອໍານວຍການສູນຄຸ້ມຄອງກໍາລັງຮັກສາສັນຕິພາບກໍາປູເຈຍ. (ພາບ: qdnd.vn)

ທ່ານພົນໂທ ຫງວຽນເຟືອງນາມ ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ, ໃນນັ້ນມີຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ພ້ອມທັງຢັ້ງຢືນວ່າການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂເພື່ອໃຫ້ກໍາລັງຮັກສາສັນຕິພາບສະຫະປະຊາຊາດສອງປະເທດສືບຕໍ່ຮ່ວມມືກັນໃນໄລຍະຈະມາເຖິງຕາມຄວາມຮັບຜິດຊອບ, ໜ້າທີ່ຂອງຕົນ, ຮັບໃຊ້ໃຫ້ພາລະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-2771.html

In bài biết