11:22 | 17/09/2019

ມີນັກສືກສາຕ່າງປະເທດເກືອບ 21.000 ຄົນ, ທີ່ກຳລັງສືກສາຢູ່ປະເທດ ສສ ຫວຽດນາມ

ມີນັກສືກສາຕ່າງປະເທດເກືອບ 21.000 ຄົນ, ທີ່ກຳລັງສືກສາຢູ່ປະເທດ ສສ ຫວຽດນາມ

ພາບປະກອບ

ກົດໝາຍໃນຂົງເຂດການສືກສາຈຳນວນໜື່ງໄດ້ຮັບການແກ້ໄຂ ແລະ ເພີ່ມເຕີມບາງເນື້ອໃນ, ເຊີ່ງໄດ້ສ້າງເງື່ອນໄຂເອື້ອອຳນວຍ ແລະ ຄວາມໄວ້ວາງໃຈໃຫ້ແກ່ບັນດາມະຫາວິທະຍາໄລຂອງຕ່າງປະເທດເຂົ້າມາສ້າງຕັ້ງສາຂາຂອງໂຮງຮຽນຈຳນວນໜື່ງພາຍໃນປະເທດຫວຽດນາມ, ເພີ່ມທະວີການລົງທືນ ແລະ ພົວພັນຮ່ວມມືສາກົນ, ໃນວຽກງານການສືກສາ ແລະ ບໍາລຸງສ້າງ. ປະຈຸບັນນີ້, ທົ່ວປະເທດຫວຽດນາມມີໂຄງການທີ່ລົງທືນໃນຂົງເຂດການສືກສາທັງໝົດ 455 ໂຄງການ ໃນ 27.353 ໂຄງການ ການລົງທືນຂອງຕ່າງປະເທດຂອງ 19 ຂະແໜງເສດຖະກິດ.

ຈໍານວນນັກສືກສາຫວຽດນາມທີ່ກຳລັງສືກສາຢູ່ຕ່າງປະເທດພາຍໃຕ້ຂໍ້ຕົກລົງ ແລະ ແຜນການຂອງລັກຖະບານ ແລະ ການຄຸ້ມຄອງໂດຍກະຊວງສືກສາທິການ ແລະ ບຳລຸງສ້າງຈໍານວນ 6.067 ຄົນ, ໃນຊ່ວງ 6 ເດືອນຕົ້ນປີ 2019, ກະຊວງສືກສາທິການ ແລະ ບຳລຸງສ້າງ ໄດ້ຮັບນັກສືກສາຈຳນວນ 287 ຄົນ, ກັບມາເຮັດວຽກຢູ່ພາຍໃນປະເທດ, ໃນນັ້ນລວມມີປະລິນຍາເອກ 156 ຄົນ, ປະລິນຍາໂທ 53 ຄົນ, ປະລິນຍາຕີ 76 ຄົນ ແລະ ນັກສືກສາເຝິກງານ 2 ຄົນ.

ໃນປະເທດຫວຽດນາມປະຈຸບັນນີ້ມີນັກສືກສາຕ່າງປະເທດເກືອບ 21.000 ຄົນ, ກຳລັງສືກສາຮໍ່າຮຽນຢູ່ບັນດາມະຫາໄລໃນຫລັກສູດປະລິນຍາເອກ, ປະລິນຍາໂທ, ປະລິນຍາຕີ ແລະ ເຝິກງານ. ໃນຕົວເລກນີ້ມີປະມານ 4.000 ຄົນ, ພາຍໃຕ້ຂໍ້ຕົກລົງຂອງລັດຖະບານ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2746.html

In bài biết