14:02 | 11/09/2019

ຫວຽດນາມ ເຂົ້າຮ່ວມງານວາງສະແດງໂທລະຄົມມະນາຄົມສາກົນ 2019 ຢູ່ ຮຸງກາຣີ

ນີ້ແມ່ນເຫດການປະຈຳປີຂອງສະຫະພັນໂທລະຄົມມະນາຄົມສາກົນ (ITU) ທີ່ມີຂອບຂະໜາດໃຫຍ່ ແລະ ຄວາມສຳຄັນທີ່ສຸດກ່ຽວກັບດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໃນຂອບຂະໜາດທົ່ວໂລກ. ງານວາງສະແດງປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 5.000 ຄົນທີ່ມາຈາກກ່ວາ 100 ປະເທດ ແລະ ເຂດແຄ້ວນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານວາງສະແດງໂທລະຄົມມະນາຄົມໂລກໃນເດືອນກັນຍາ 2020 ຢູ່ ຮ່າໂນ້ຍ.

ຫວຽດນາມ ເຂົ້າຮ່ວມງານວາງສະແດງໂທລະຄົມມະນາຄົມສາກົນ 2019 ຢູ່ ຮຸງກາຣີ

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງກ່າວຄຳເຫັນທີ່ງານວາງສະແດງໂທລະຄົມມະນາຄົມ. (ພາບ: mic.gov.vn)

ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມຫັນປ່ຽນພື້ນຖານໂຄງລ່າງໂທລະຄົມມະນາຄົມກາຍເປັນພື້ນຖານໂຄງລ່າງ ICT, ດ້ວຍແຜນການຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດລວມມີ ລັດຖະບານ, ວິສາຫະກິດ ແລະ ສັງຄົມ.ຕາມນັ້ນແລ້ວ ຄວາມປອດໄພທາງເຄືອຂ່າຍອິນເຕແນັດ ແລະ ຫຼັກການດີຈີຕອນຈະແມ່ນຄວາມຮຽກຮ້ອງຕ້ອງການໂດຍພື້ນຖານຂອງກິດຈະກຳຫັນປ່ຽນເປັນດີຈີຕອນ.

ດ້ວຍຫົວຂໍ້ “ພ້ອມກັນປ່ຽນແປງໃໝ່ ເພື່ອເຊື່ອມຕໍ່ຢ່າງມີຄຸນຄ່າ”, ງານວາງສະແດງ ITU Telecom World 2019 ດຳເນີນແຕ່ວັນທີ 09 – 12 ກັນຍາ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ປະກາດຢ່າງເປັນທາງການວ່າຫວຽດນາມຈະຈັດງານວາງສະແດງໂທລະຄົມມະນາຄົມໂລກໃນເດືອນກັນຍາ 2020 ຢູ່ຮ່າໂນ້ຍ, ປະເທດຫວຽດນາມ. ທ່ານລັດຖະມົນຕີໄດ້ເຊື້ອເຊີນປະເທດສະມາຊິກ ITU, ອົງການຈັດຕັ້ງສາກົນ, ແລະຊຸມຊົນ ICT ທົ່ວໂລກເຂົ້າມາຫວຽດນາມແລະເຂົ້າຮ່ວມເຫດການ ສຳ ຄັນນີ້.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-2730.html

In bài biết