10:07 | 12/08/2019

ຫວຽດນາມ ໄດ້ຮັບຫຼຽນຄໍາ 02 ຫຼຽນ ໃນການສອບເສັງ Olympic IT ສາກົນ

ຫວຽດນາມ ໄດ້ຮັບຫຼຽນຄໍາ 02 ຫຼຽນ ໃນການສອບເສັງ Olympic IT ສາກົນ

ນັກຮຽນ 04 ຄົນຂອງ ທິມຊາດຫວຽດນາມ (ພາບ: ກະຊວງສຶກສາ-ບໍາລຸງສ້າງຫວຽດນາມ)

ການສອບເສັງ Olympic IT ສາກົນ ປີ 2019 ຖືກຈັດຂຶ້ນຢູ່ ອາແຊກໄບຢານ ໂດຍມີນັກຮຽນ 327 ຄົນ ທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ທິມຊາດຫວຽດນາມ ລວມມີນັກຮຽນ 04 ຄົນ ແລະ ນັກຮຽນລວມທັງໝົດ 04 ຄົນ ລ້ວນແຕ່ຍາດໄດ້ຫຼຽນຄໍາ. ດ້ວຍອັດຕາສ່ວນຍາດໄດ້ຫຼຽນແມ່ນ 100%, ທິມຊາດຫວຽດນາມ ຢືນອັນດັບທີ 04 ພ້ອມກັບ ສ.ເກົາຫຼີ ໂດຍຖັດມາຈາກ ລັດເຊຍ, ຈີນ ແລະ ອາເມລິກາ. ໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນໃຫ້ເຫັນວ່າ ທີ່ຕັ້ງຂອງນັກຮຽນສາມັນຫວຽດນາມ ໃນເວທີແຂ່ງຂັນພູມປັນຍາສາກົນ ແລະ ຢັ້ງຢືນໃຫ້ເຫັນຄວາມມານະພະຍາຍາມຂອງໂຮງຮຽນແຫ່ງຕ່າງໆ, ນັກຮຽນ, ຄູອາຈານ ທີ່ໄດ້ເຂົ້າຮ່ວມວຽກງານເລືອກເຟັ້ນ, ບໍາລຸງສ້າງນັກຮຽນເກັ່ງໃນໄລຍະຜ່ານມາ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

Link: https://huunghivietlao.thoidai.com.vn/detail-article-2673.html

In bài biết