09:33 | 02/08/2019

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຊູແອັດ

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຊູແອັດ Pereric Hogberg ໃຫ້ຮູ້ວ່າ ປັດຈຸບັນ ກະແສຟອງບັນດາວິສາຫະກິດຂອງ ຊູແອັດ ສົນໃຈຕໍ່ຫວຽດນາມ ແມ່ນເຫັນໄດ້ຢ່າງຈະແຈ້ງ ແລະ ປາດຖະໜາຢາກລົງທຶນ ຢູ່ ຫວຽດນາມ ໃນຫຼາຍຂົງເຂດ. ຊູແອັດ ກໍເຫັນໄດ້ວ່າ ຈໍານວນວິສາຫະກິດ ຫວຽດນາມ ມີຄວາມສົນໃຈເຖິງປະເທດນີ້ ນັບມື້ນັບຫຼາຍຂຶ້ນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຊູແອັດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດປະຈໍາຫວຽດນາມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີສອງຝ່າຍ ຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນຢ່າງແຮງກວ່າອີກ, ໂດຍສະເພາະແມ່ນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດ, ເຕັກໂນໂລຢີ. ບົນພື້ນຖານສາຍພົນພັນອັນດີງາມລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສອງປະເທດຈະຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ເປັນພື້ນຖານສໍາຄັນເພື່ອຊຸກຍູ້ການພົວພັນໃນບັນດາຂົງເຂດ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-2666.html

In bài biết