09:40 | 02/08/2019

ການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ມຽນມາ ພັດທະນາຢ່າງຕັ້ງໜ້າ

ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມງອັກມິງ ຖືວ່າ ໃນສະພາບການລວມອັນດີງາມຂອງການພົວພັນ ຫວຽດນາມ - ມຽນມາ, ການພົວພັນດ້ານປ້ອງກັນຊາດສອງຝ່າຍໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ.


ການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ມຽນມາ ພັດທະນາຢ່າງຕັ້ງໜ້າ

ທ່ານພົນໂທ ຟ້າມງອັກມິງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Thet Phone. (ພາບ: la.qdnd.vn)

ທ່ານພົນໂທ ຟ້າມງອັກມິງ ໄດ້ຊົມເຊີຍ ແລະຕີລາຄາສູງຕໍ່ການຮ່ວມມືລະຫວ່າງກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ແລະກອງບັນຊາການທະຫານເຂດ Yangon ໃນໄລຍະຜ່ານມາໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນດ້ານປ້ອງກັນຊາດສອງຝ່າຍ; ພ້ອມທັງ ຢັ້ງຢືນວ່າ ການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ແລະກອງບັນຊາການທະຫານເຂດ Yangon ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນໄລຍະຈະມາເຖິງ.

ສະແດງຄວາມປະທັບໃຈ ແລະຕີລາຄາສູງຕໍ່ການພັດທະນາຂອງກອງທັບປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ Thet Phone ອວຍພອນໃຫ້ກອງທັບປະຊາຊົນຫວຽດນາມ ນັບມື້ນັບເປັນກຳລັງຫຼວງ ແລະທັນສະໄໝກວ່ານີ້ອີກໃນໄລຍະຈະມາເຖິງ. ທ່ານພົນຈັດຕະວາ Thet Phone ໄດ້ຕີລາຄາວ່າການພົວພັນດ້ານປ້ອງກັນຊາດ ມຽນມາ-ຫວຽດນາມ ໃນໄລຍະຜ່ານມາແມ່ນມີການພັດທະນາຢ່າງບໍ່ຢຸດຢັ້ງ, ພ້ອມທັງສະແດງຄວາມປາດຖະໜາຢາກຮຽນຮູ້ເອົາບົດຮຽນໃນການກໍ່ສ້າງ ແລະພັດທະນາກໍາລັງຂອງກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍເວົ້າສະເພາະ ກໍຄືກອງທັບປະຊາຊົນຫວຽດນາມ ເວົ້າລວມ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-2665.html

In bài biết