09:06 | 05/08/2019

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ RCEP ກາງສະໄໝຄັ້ງທີ 8 ຢູ່ ຈີນ

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ RCEP ກາງສະໄໝຄັ້ງທີ 8 ຢູ່ ຈີນ

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ RCEP ກາງສະໄໝຄັ້ງທີ 8 ຢູ່ຈີນ.(ພາບ:TTXVN)

ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈິ່ນກວ໊ກແຄ໊ງ ນຳໜ້າ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກອອກບັນດາມາດຕະການຕົວຈິງ ເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດທີ່ຍັງຄົງຕົວໃນການເຈລະຈາ, ຊຸກຍູ້ສຳເລັດເປົ້າໝາຍສິ້ນສຸດການເຈລະຈາສັນຍາ RCEP ໃນທ້າຍປີ 2019. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ກອງປະຊຸມໄດ້ເຫັນດີສິ້ນສຸດ 100% ການເຈລະຈາເປີດປະຕູຕະຫຼາດ ແລະ ບັນຫາສຳຄັນທັງໝົດຂອງເນື້ອໃນສັນຍາໃນທ້າຍປີ 2019, ພ້ອມກັນນັ້ນ ມານະພະຍາຍາມເພື່ອມຸ່ງໄປເຖິງການລົງນາມສັນຍາ RCEP ໃນປີ 2020 ຢູ່ຫວຽດນາມ, ເມື່ອຫວຽດນາມ ຮັບບົດບາດເປັນປະທານອາຊຽນ. ທີ່ກອງປະຊຸມ, ບັນດາລັດຖະມົນຕີສືບຕໍ່ຢືນຢັນຄວາມຕັດສິນໃຈສິ້ນສຸດການເຈລະຈາສັນຍາ RCEP ທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ທຸກຝ່າຍໃນປີ 2019.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2661.html

In bài biết