ປະທານາທິບໍດີ ອິນໂດເນເຊຍ ປະກາດທີ່ຕັ້ງສະຖານທີ່ ນະຄອນຫຼວງໃໝ່ ຍ້ອນມົນລະພິດສິ່ງແວດລ້ອມ, ຈຳນວນພົນລະເມືອງແອອັດເກີນໄປ.
ຕາມບັນດາຜູ້ນຳ ອິນໂດເນເຊຍແລ້ວ, ແຜນການຍົກຍ້າຍນະຄອນຫຼວງ Jakarta ຈະໃຊ້ມູນຄ່າ 466.000 ຕື້ຣິງກິດ (32,79 ຕື້ໂດລາ), ໃນນັ້ນລັດຖະບານຈະຈັດສັນງົບປະມານ 19%, ສ່ວນທີ່ເຫຼືອແມ່ນມາຈາກບັນດາຄູ່ຮ່ວມພາກພື້ນ, ການລົງທືນຂອງພາກລັດ ແລະ ເອກະຊົນ.
ນະຄອນຫຼວງໃໝ່ ຂອງ ອິນໂດເນເຊຍ ຈະໄດ້ນອນອກແບບໃຫ້ເປັນເມືອງສະຫຼາດທີ່ຍືນຍົງ, ມີລະບົບຂົນສົ່ງສາທາລະນະທີ່ມີປະສິດທິພາບ, ລະບົບນໍ້າ ແລະ ໄຟຟ້າຂຽວ.
![]() |
ແຂວງ Kalimantan ເທິງ ເກາະ Borneo. ສ່ວນ ໜຶ່ງ ຂອງເກາະແມ່ນຂອງມາເລເຊຍ ແລະ ບຣູໄນ. (ພາບ: Getty)
ຕາມທ່ານປະທານາທິບໍດີ Joko Widodo ແລ້ວ, ຈຸດປະສົງຕົ້ນຕໍຂອງການເຄື່ອນຍ້າຍນະຄອນຫຼວງແມ່ນເພື່ອຫຼຸດຜ່ອນ ຈຳນວນພົນລະເມືອງຢູ່ນະຄອນຫຼວງ Jakarta ແລະ ເຂດເກາະ Java, ດຸ່ນດ່ຽງລະດັບການພັດທະນາເສດຖະກິດໃນທົ່ວປະເທດ ອິນໂດເນເຊຍ. ເກາະ Java ປະຈຸບັນນີ້ແມ່ນ ສະຖານທີ່ຂອງ 60% ພົນລະເມືອງ ແລະ ກວມເອົາຫຼາຍກວ່າເຄິ່ງໜຶ່ງ ຂອງທັງໝົດກິດຈະກຳທາງເສດຖະກິດຂອງປະເທດ.
ນະຄອນຫຼວງ Jakarta ກໍ່ກຳລັງຕໍ່ສູ້ກັບມົນລະພິດສິ່ງແວດລ້ອມ. ຄຸນນະພາບອາກາດໃນເມືອງໄດ້ຫຼຸດລົງໃນສອງສາມເດືອນທີ່ຜ່ານມາ, ຂີ້ຮ້າຍໄປກວ່າເມືອງທີ່ມີມົນລະພິດ "ທີ່ມີຊື່ສຽງ" ໃນໂລກເຊັ່ນ: ນິວເດລີ (ອິນເດຍ) ແລະ ປັກກິ່ງ (ຈີນ).
![]() |
ນະຄອນຫຼວງ Jakarta ກໍ່ກຳລັງຕໍ່ສູ້ກັບມົນລະພິດສິ່ງແວດລ້ອມ ຮ້າຍແຮງ. (ພາບ: Getty)
ດ້ວຍເຫດເຂດພູພຽງຕ່ຳ, ນະຄອນຫຼວງ Jakarta ກຳລັງຖືກນ້ຳຖ້ວມຄ່ອຍໆຈົມລົງ, ໂດຍສະເລ່ຍ 18 ຊັງຕີແມັດຕໍ່ປີ. ລະບົບການຕອງນໍ້າກໍ່ມີການຂົນສົ່ງຫຼາຍເກີນໄປ, ປະຊາຊົນສ່ວນຫຼາຍຕ້ອງໄດ້ຮັບນໍ້າໃຕ້ດິນຈາກນ້ຳສ້າງຕື້ນ, ສົ່ງຜົນກະທົບຕໍ່ຄຸນນະພາບຂອງດິນ ແລະ ເສັ້ນທາງ.
ສະພາບການລົດຕິດ ຢູ່ຈາກາຕາ ໄດ້ຄາດຄະເນວ່າ ຈະເຮັດໃຫ້ເສດຖະກິດສູນເສຍ 7.04 ຕື້ໂດລາສະຫະລັດໃນແຕ່ລະປີ.
![]() |
ອິນໂດເນເຊຍ ຈະຍ້າຍກົງຈັກຂອງລັດຖະບານ ແລະ ອົງການຂອງລັດທັງໝົດ ໄປສູ່ເມືອງໃໝ່ ໃນ Kalimantan, ເຊິ່ງຫ່າງຈາກນະຄອນຫຼວງ Jakarta ປະມານ 1,000km. ເຖິງວ່າຈະຍ້າຍນະຄອນຫລວງ, Jakarta ຈະຍັງເປັນສູນກາງການຄ້າ ແລະ ການເງິນຂອງປະເທດ. ຄາດວ່າປະຊາຊົນເກືອບ 10 ລ້ານຄົນສ່ວນຫຼາຍຈະຢູ່ໃນ Jakarta. ຖ້າສະພາແຫ່ງຊາດອິນໂດເນເຊຍ ອະນຸມັດແຜນການດັ່ງກ່າວໂດຍໄວ, ການກໍ່ສ້າງນະຄອນຫຼວງ ໃໝ່ ຈະມີຂື້ນໃນທີ່ດິນເນື້ອທີ່ 40.000 ເຮັກຕາ. ລັດຖະບານຄາດວ່າຈະເລີ່ມຍ້າຍບາງອົງການໄປສູ່ນະຄອນຫຼວງໃໝ່ ໃນປີ 2024.
(ຄຳຮຸ່ງ)