ຫາງສຽງສາກົນສືບຕໍ່ກ່າວປະນາມການກະທໍາຂອງ ຈີນ ລະເມີດເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ ຢ່າງຜິດກົດໝາຍ
![]() |
ທ່ານປະລິນຍາເອກ ຕັງຊີວໝິນ (Tang Siew Mun) ຫົວໜ້າສູນກາງຄົ້ນຄວ້າ ອາຊຽນ, ສະຖາບັນ ISEAS-Yusof Ishak, ສິງກະໂປ. (ພາບ: ສະມາຄົມນັກຂ່າວຫວຽດນາມ)
ຕາມທ່ານ ຕັງຊີວໝິນ (Tang Siew Mun) ແລ້ວ, ບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນເລື່ອງຂອງຫວຽດນາມ ກັບ ຈີນ ແລະ ອາຊຽນ ເທົ່ານັ້ນ. ຫາກຍັງສົ່ງຜົນສະທ້ອນເຖິງບັນດາປະເທດອື່ນຄື ຍີ່ປຸ່່ນ, ອາເມລິກາ, ສະຫະພາບເອີຣົບ, ອົດສະຕາລີ, ນິວຊີແລນ... ອີກດ້ວຍ. ປັກກິ່ງ ພວມຕັ້ງໃຈເມີນເສີຍຕໍ່ບັນດາປະຕິກິລິຍາຂອງປະຊາຄົມສາກົນ ເພື່ອປັບປຸງຫຼັກໝັ້ນຂອງເຂົາເຈົ້າຢູ່ເຂດຂັດແຍ່ງກັນນີ້. ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງ ອາເມລິກາ ລ້ວນແຕ່ໄດ້ອອກຖະແຫຼງການຄັດຄ້ານການກະທໍາຂອງ ຈີນ ຢ່າງແຮງ, ພ້ອມທັງຮຽກຮ້ອງ ຈີນ ຢຸດຕິບັນດາການກະທໍາ “ຂົ່ມເຫັງ” ອັນໄດ້ກໍ່ຄວາມສ່ຽງຕໍ່ສະຖຽນລະພາບຂອງພາກພື້ນ.
![]() |
ທ່ານສາດສະດາຈານ Alexander Vuving, ນັກຄົ້ນຄວ້າຂັ້ນສູງ, ສັງກັດສູນຄົ້ນຄວ້າຄວາມໝັ້ນຄົງອາຊີ - ປາຊີຟິກ ຂອງອາເມລິກາ.(ພາບ: AP)
ທ່ານສາດສະດາຈານ Alexander Vuving, ນັກຄົ້ນຄວ້າຂັ້ນສູງ, ສັງກັດສູນຄົ້ນຄວ້າຄວາມໝັ້ນຄົງອາຊີ - ປາຊີຟິກ ຂອງອາເມລິກາ, ໃຫ້ຂໍ້ສັງເກດວ່າ, ການກະທຳກະມຶງກະມັງຂອງຈີນ ຈະເຮັດໃຫ້ເກີດມີຄວາມສ່ຽງຫຼາຍຢ່າງສຳລັບພາກພື້ນອາຊີ - ປາຊີຟິກ; ຈະເກີດມີຄວາມສ່ຽງໃຫຍ່ຫຼວງ 2 ຢ່າງສຳລັບພາກພື້ນ. ດ້ວຍການກະທຳດັ່ງກ່າວ, ຈີນ ສືບຕໍ່ມຸ່ງໄປເຖິງເສັ້ນທາງຍາດເອົາບັນດາສິດຄວບຄຸມທະເລຕາເວັນອອກ, ງຳຄຸມທະເລຢູ່ພາກພື້ນຕື່ມອີກ. ທີ 2 ແມ່ນ, ການຈັດວາງພຽງລຳພັງຝ່າຍດຽວຂອງຈີນ ໄດ້ຢ້ຽບຍ່ຳກົດໝາຍສາກົນ. ຖ້າຫາກບໍ່ສະກັດກັ້ນນັ້ນ, ຈະປັບປຸງສະພາບຕົວຈິງຢູ່ທະເລຕາເວັນອອກ ຕື່ມອີກ ນັ້ນແມ່ນ “ກຳລັງແຮງຂອງຈີນ ຢືນສູງກວ່າກົດໝາຍສາກົນ”, ບັງຄັບໃຫ້ທຸກຄົນຕ້ອງຍ້ອມຮັບ”.
ໜ້າຂ່າວ KUNA ຂອງ ກູເວດ ມີຕອນຂຽນວ່າ “ຈີນ ໄດ້ຜັນຂະຫຍາຍກ່ຳປັ່ນສຳຫລວດ ແລະ ກ່ຳປັ່ນປ້ອງກັນປະກອບອາວຸດຢູ່ເຂດທະເລນອກຝັ່ງຂອງ ຫວຽດນາມ ໄດ້ຕັ້ງຄຳຖາມຢ່າງຮ້າຍແຮງ ກ່ຽວກັບບັນດາຄຳໝັ້ນສັນຍາຂອງ ຈີນ, ລວມມີ ຖະແຫຼງການຂອງ ອາຊຽນ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ສຳລັບມາດຕະການສັນຕິພາບໃນການຂັດແຍ້ງກັນຢູ່ທະເລ”.
ນັບແຕ່ເດືອນ ມິຖຸນາ 2012, ຈີນ ໄດ້ໃຫ້ຄຳໝັ້ນສັນຍາຢ່າງເປີດເຜີຍກັບການນຳຫວຽດນາມ ແລະ ບັນດາປະເທດອາຊຽນ ເປັນຫຼາຍຄັ້ງວ່າ ຈີນ ຍາມໃດກໍ່ສະແດງໃຫ້ເຫັນໜ້າທີ່ຮັບຜິດຊອບຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ສະເພາະປື້ມປົກຂາວປ້ອງກັນປະເທດຈີນ ທີ່ປະກາດເມື່ອວັນທີ 27 ກໍລະກົດ ຜ່ານມາ, ຈີນ ຖະແຫຼງວ່າ ບໍ່ມີຍາມໃດຈະມີການກະທຳບຽດຢຶດອະທິປະໄຕຂອງປະເທດອື່ນ. ການກະທຳຂອງຈີນ ນຳກ່ຳປັ່ນມາສຳຫຼວດຢູ່ ຫາດດອນ ຕືຈິ໊ງ ຂອງຫວຽດນາມ ຄວາມຈິງແມ່ນໄປຝືນກັບກົດໝາຍສາກົນທັງໝົດ, ໄປຝືນກັບບັນດາສິ່ງທີ່ຈີນ ໃຫ້ຄຳໝັ້ນສັນຍາກັບໂລກ ແລະ ຫວຽດນາມ. ສະນັ້ນ, ການກະທຳດັ່ງກ່າວຂອງຈີນ ເອງໄດ້ເຮັດໃຫ້ອິດທິພົນຊື່ສຽງຂອງຈີນ ບົນເວທີສາກົນຖືກຫຼຸດໜ້ອຍຖອຍລົງຢ່າງງຮ້າຍແຮງ.
(ໄຊພອນ)