07:08 | 24/07/2019

ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2019

ໃນພິທີການ, ທ່ານພົນຕີ ຫງວຽນເຕິນເກືອງ ຢັ້ງຢືນວ່າ ການເຂົ້າຮ່ວມງານແຂ່ງຂັນການທະຫານຄັ້ງນີ້ແມ່ນເງື່ອນໄຂເພື່ອໃຫ້ບັນດາທີມສໍາຜັດ, ຮຽນຮູ້, ຍົກສູງວິທີຝຶກແອບ ແລະທັກສະນໍາໃຊ້ອາວຸດຍຸດໂທປະກອນທີ່ທັນສະໄໝປະເພດຕ່າງໆຂອງກອງທັບບັນດາປະເທດໃນໂລກ.

ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2019

ຫົວໜ້າກົມໃຫຍ່ເສນາທິການ ຖ່າຍຮູບກັບທີມຊາດເສນາຮັກ. (ພາບ: qdnd.vn)

ເພື່ອໃຫ້ຄະນະເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ບັນລຸໝາກຜົນສູງ, ທ່ານພົນຕີ ຫງວຽນເຕິນເກືອງ ສະເໜີ: ໝູ່ຄະນະບັນດາທີມຊາດເສີມຂະຫຍາຍນໍ້າໃຈສາມັກຄີ, ຄວາມເຫັນດີເປັນເອກະພາບສູງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອປະຕິບັດສໍາເລັດໜ້າທີ່ແຂ່ງຂັນ; ຕ້ອງກໍານົດວ່ານີ້ທັງແມ່ນໜ້າທີ່ທັງແມ່ນຄວາມຮັບຜິດຊອບ, ແມ່ນຄວາມເປັນກຽດຂອງສະມາຊິກແຕ່ລະຄົນ, ເຖິງວ່າຈະເຂົ້າຮ່ວມການແຂ່ງຂັນໃນສະພາບເງື່ອນໄຂຄືແນວໃດກໍຕ້ອງກຳນົດວ່າ, ການແຂ່ງຂັນແມ່ນເພື່ອກຽດສັກສີຂອງປະເທດຊາດ, ກອງທັບ.

ທ່ານພົນຕີ ຫວຽນເຕິນເກືອງ ເນັ້ນໜັກວ່າ ບັນດາທີມຊາດຕ້ອງປະຕິບັດລະບຽບວິໄນຂອງກອງທັບ, ກົດໝາຍຂອງລັດຫວຽດນາມ ກໍຄືກົດໝາຍຂອງບັນດາປະເທດເຈົ້າພາບຈັດງານແຂ່ງຂັນໃນທຸກບ່ອນ, ທຸກເວລາຢ່າງເຂັ້ມງວດ; ເຄົາລົບຮີບຄອງປະເພນີຂອງປະເທດເຈົ້າພາບ, ຮັກສາການພົວພັນສາກົນກັບກອງທັບບັນດາປະເທດເຂົ້າຮ່ວມເປັນຢ່າງດີ, ຮັບປະກັນຄວາມປອດໄພທຸກດ້ານໃນວິວັດການເຄື່ອນທີ່ ແລະແຂ່ງຂັນຢ່າງເດັດຂາດ.

ໂອກາດນີ້, ທ່ານພົນຕີ ຫງວຽນເຕິນເກືອງ ອວຍພອນຄະນະກອງທັບປະຊາຊົນຫວຽດນາມ ເດີນທາງດ້ວຍຄວາມສະຫວັດດີພາບ, ມີສຸຂະພາບເຂັ້ມແຂງ, ມີຄວາມສາມັກຄີ, ແຂ່ງຂັນດ້ວຍຄວາມເຊື່ອໝັ້ນຕົນເອງ ແລະໄດ້ຮັບຜົນງານສູງສຸດທີ່ງານແຂ່ງຂັນປີນີ້.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

Link: https://huunghivietlao.thoidai.com.vn/detail-article-2631.html

In bài biết