19:11 | 16/06/2019

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ປະທານກຸ່ມບໍລິສັດ CapitalLand ສິງກະໂປ

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ປະທານກຸ່ມບໍລິສັດ CapitalLand ສິງກະໂປ

ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຕ້ອນຮັບ ທ່ານ Ng Kee Choe. (ພາບ:qdnd.vn)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ພວມຍູ້ແຮງການພັດທະນາຫັນເປັນຕົວເມືອງ, ຖືນີ້ແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕ. ດັ່ງນັ້ນ, CapitaLand ຄວນສ້າງມູນຄ່າເພີ່ມ, ສ້າງຄວາມແຕກຕ່າງຢູ່ ຫວຽດນາມ ຕາມທ່າອ່ຽງຂອງການປະຕິວັດອຸດສາຫະກຳ 4.0.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ກໍ່ໄດ້ສະເໜີບັນດາໂຄງການເຊິ່ງກຸ່ມບໍລິສັດລົງທຶນຄວນພັດທະນາຕາມທິດຂຽວ, ສະອາດ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ.

ທີ່ການຕ້ອນຮັບ, ທ່ານ Ng Kee Choe ໄດ້ຢືນຢັນວ່າ: CapitaLand ເປັນນັກລົງທຶນທີ່ທຳມາຫາກິນຍາວນານຢູ່ ຫວຽດນາມ, ຈະສືບຕໍ່ເປີດກ້ວາງໄປສູ່ບັນດາຂົງເຂດອຸດສາຫະກຳ, ການບໍລິການທີ່ສະຫງວນໃຫ້ແກ່ວິສາຫະກິດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2591.html

In bài biết