ນາຍົກລັດຖະມົນຕີ ຫງ໋ວຽນ ຊົນ ຟຸກ ຕ້ອນຮັບ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ JG Summit Holdings (ຟິລິປິນ)
ກ່າວຄຳເຫັນທີ່ການພົບປະ, ນາຍົກລັດຖະມົນຕີຫວຽດນາມ ຫງ໋ວຽນ ຊົນ ຟຸກ ຕ້ອງການຮັບຟັງຄຳຄິດຄຳເຫັນ ກໍ່ຄືຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆທີ່ກຸ່ມບໍລິສັດ ປະສົບ ໃນໄລຍະເວລາທີ່ຈັດຕັ້ງປະຕິບັດ ແລະ ດຳເນີນທຸລະກິດ ຢູ່ ສສ ຫວຽດນາມ.
ທ່ານ ຫງ໋ວຽນ ຊົນ ຟຸກ ໃຫ້ຮູ້ວ່າ: ຂະແຫນງການປຸງແຕ່ງ ແລະ ຜະລິດເພື່ອສົ່ງອອກ ຂອງຫວຽດນາມ ແມ່ນ ມີທ່າແຮງຫຼາຍທີ່ສຸດ, ຫວຽດນາມໄດ້ໃຫ້ການສົ່ງເສີມການປຸງແຕ່ງຜະລິດຕະພັນ, ເພີ່ມມູນຄ່າການສົ່ງອອກ. ທ່ານນາຍົກລັດຖະມີຕີ ຍັງໄດ້ຢັ້ງຢືນວ່າ: ນັກລົງທຶນຕ່າງປະເທດ ສາມາດດຳເນີນການລົງທຶນດ້ວຍຄວາມອຸ່ນອ່ຽນໃຈ ຢູ່ ສສ ຫວຽດນາມ, ລັດຖະບານຈະສ້າງທຸກເງື່ອນໄຂສະດວກແກ່ບໍລິສັດ ດຳເນີນທຸລະກິດ ກໍ່ຄືລົງທືນດ້ວຍຄວາມສໍາເລັດ ແລະ ໄດ້ຮັບໝາກຜົນທີ່ດີທີ່ສຸດ.
![]() |
ທ່ານ Lance Y. Gokongwei ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ JG Summit Holdings ມີການພົບປະ ນາຍົກລັດຖະມົນຕີ ຫງ໋ວຽນ ຊວນ ຝຸ້ກ. (ພາບ: baoquocte)
ຄະນະດຽວກັນ ທ່ານ Lance Y. Gokongwei ກໍ່ໄດ້ສະແດງຄຳເຫັນວ່າ: ກຸ່ມບໍລິສັດ JG Summit Holdings ມີຄວາມຕ້ອງການຈະລົງທຶນໃນການຂະແໜງຊາ ຂອງຫວຽດນາມ ແລະ ເຂົ້າຮ່ວມໂຄງການຮ່ວມມື ກັບ ພາກລັດ - ເອກະຊົນ ເພື່ອພັດທະນາຂະແໜງຊາ ແບບຍືນຍົງ. ທ່ານ Lance Y. Gokongwei ໃຫ້ຮູ້ວ່າຕື່ມອີກວ່າ: ກຸ່ມບໍລິສັດ JG Summit Holdings ມີໂຄງການລີຊາຍເຄີ້ນຂີ້ເຫຍື່ອ ແລະ ເຂົ້າຮ່ວມໃນໂຄງການອຸດສາຫະກໍາ 4.0.
ສະແດງຄວາມຊົມເຊີຍຕໍ່ຄຳຄິດຄຳເຫັນຂອງ ທ່ານ Lance Y. Gokongwei, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງ໋ວຽນ ຊົນ ຟຸກ ໄດ້ກ່າວເຖິງຄວາມມຸ້ງມາດປາດຖະໜາ ໃຫ້ ນັກທຸລະກິດ ຜະລິດສິນຄ້າ ທີ່ຮັບປະກັນຄວາມປອດໄພ ແລະ ຖຶກສຸຂະອະນາໄມອາຫານ, ສິ່ງແວດລ້ອມໄດ້ຮັບການພັດທະນາ ສະອາດ ແລະ ຍືນຍົງ.
(ຄຳຮຸ່ງ)