11:03 | 20/06/2019

ສື່ມວນຊົນສືບຕໍ່ຢືນຢູ່ຄຽງບ່າຄຽງໄຫຼ່, ຮ່ວມກ້າວເດີນໄປກັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ

ສື່ມວນຊົນສືບຕໍ່ຢືນຢູ່ຄຽງບ່າຄຽງໄຫຼ່, ຮ່ວມກ້າວເດີນໄປກັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ

ທ່ານນາງ ຫງວຽນ ເຟືອງ ງາ ກ່າວຄໍາເຫັນທີ່ການພົບປະ

ທີ່ການພົບປະ, ທ່ານນາງ ຫງວຽນ ເຟືອງ ງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຢັ້ງຢືນໃຫ້ເຫັນບົດບາດ, ທີ່ຕັ້ງເປັນກຳລັງຫຼັກແຫຼ່ງຂອງການທູດປະຊາຊົນ. ບໍ່ພຽງແຕ່ມານະພະຍາຍາມເປີດກ້ວາງການພົວພັນສາມັກຄີ, ມິດຕະພາບ, ຮ່ວມມືກັບປະຊາຊົນໃນໂລກເທົ່ານັ້ນ, ການທູດປະຊາຊົນຍັງໄດ້ປະກອບສຽງເວົ້າອັນຕັ້ງໜ້າເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນໂລກອີກດ້ວຍ.

ນອກຈາກນັ້ນ, ທ່ານນາງ ຫງວຽນ ເຟືອງ ງາ ກໍ່ໄດ້ຢັ້ງຢືນວ່າ: ການທູດປະຊາຊົນຍັງຂົນຂວາຍ, ຕໍ່ສູ້, ປົກປ້ອງ ແລະ ຊຸກຍູ້ຜົນປະໂຫຍດແຫ່ງຊາດ, ພິເສດແມ່ນໃນບັນດາບັນຫາເປັນຕົ້ນຄື: ອະທິປະໄຕເຂດຊາຍແດນຜືນແຜ່ນດິນ, ປະຊາທິປະໄຕ, ສິດທິມະນຸດ, ສາສະໜາ, ປະກອບສ່ວນຊ່ວຍໃຫ້ເພື່ອນມິດສາກົນເຂົ້າໃຈກ່ຽວກັບສະພາບການຢູ່ຫວຽດນາມ ຢ່າງຖືກຕ້ອງ, ຍາດແຍ່ງຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຂອງເພື່ອນມິດສາກົນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ. ບັນດາຜົນສຳເລັດດັ່ງກ່າວກໍ່ຍ້ອນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງບັນດາສຳນັກຂ່າວສານສື່ມວນຊົນຫວຽດນາມ.

ບັນດາຮູບພາບທີ່ການພົບປະຄືດັ່ງຕໍ່ໄປນີ້:

ສື່ມວນຊົນສືບຕໍ່ຢືນຢູ່ຄຽງບ່າຄຽງໄຫຼ່, ຮ່ວມກ້າວເດີນໄປກັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ

ບັນຍາກາດທີ່ການພົບປະ

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2582.html

In bài biết