22:13 | 13/06/2019

ກອງ​ປະ​ຊ​ຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV: ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ອາກອນ

ກອງ​ປະ​ຊ​ຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV: ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ອາກອນ

ບັນດາສະມາຊິກສະພາແຫ່ງຊາດລົງປະຊາມະຕີຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງອາກອນ. (ພາບ: TTXVN)

ກົດໝາຍໄດ້ກຳນົດສິດຂອງຜູ້ເສຍອາກອນຢ່າງຈະແຈ້ງ, ຕາມນັ້ນແລ້ວ, ຜູ້ເສຍອາກອນໄດ້ໜູນຊ່ວຍ, ແນະນຳປະຕິບັດການເສຍອາກອນ; ສະໜອງຂໍ້ມູນ, ເອກະສານເພື່ອປະຕິບັດພັນທະ, ສິດຜົນປະໂຫຍດກ່ຽວກັບອາກອນ, ໄດ້ຮັບເອກະສານທີ່ກ່ຽວຂ້ອງເຖິງພັນທະອາກອນຂອງບັນດາອົງການທີ່ມີໜ້າທີ່ເມື່ອດຳເນີນການກວດກາ, ກວດສອບບັນຊີ. ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງຜູ້ເສຍອາກອນ, ກົດໝາຍກຳນົດວ່າ: ຜູ້ເສຍ ອາກອນຕ້ອງລົງທະບຽນພາສີອາກອນ, ນຳໃຊ້ລະຫັດອາກອນຕາມຂໍ້ກຳນົດຂອງກົດໝາຍ, ການແຈ້ງອາກອນຢ່າງຖືກຕ້ອງ, ຊັດເຈນ, ຄົບຖ້ວນ ແລະ ຕ້ອງສົ່ງເອກະສານເສຍອາກອນຖືກຕາມເວລາກຳນົດ, ຮັບຜິດຊອບຕໍ່ກົດໝາຍກ່ຽວກັບຄວາມຊັດເຈນຖືກຕ້ອງ, ຄົບຖ້ວນຂອງເອກະສານອາກອນ ແລະ ອື່ນໆ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2572.html

In bài biết