12:58 | 16/06/2019

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານລົດໂອໂຕ VinFast

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານລົດໂອໂຕ VinFast

ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ກ່າວຄໍາເຫັນທີ່ພິທີ. (ພາບ:tuoitre.vn)

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນ ຊວນ ຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຖັນແຖວຜູ້ບັນຊາ, ພະນັກງານ, ວິສະວະກອນ, ກໍາມະກອນ, ຜູ້ອອກແຮງງານຢູ່ໂຮງງານລົດໂອໂຕ VinFast ແລະ ຖືວ່າ: ຄວາມວ່ອງໄວໃນການກໍ່ສ້າງໂຮງງານລົດໂອໂຕ VinFast ໄດ້ສະແດງໃຫ້ເຫັນຄວາມມຸ້ງຫວັງອັນໃຫຍ່ຫຼວງຂອງບັນດາຜູ້ທີ່ໄດ້ຮ່ວມແຮງຮ່ວມໃຈປະກອບພູມປັນຍາເພື່ອສ້າງເປັນໂຄງການອັນມະຫັດສະຈັນຂອງຂະແໜງລົດໂອໂຕ ຫວຽດນາມ ກໍຄືໃນໂລກ.

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານລົດໂອໂຕ VinFast

ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ແລະ ບັນດາຜູ້ແທນ ຕັດແຖບຜ້າເປີດສະຫຼອງໂຮງງານຜະລິດລົດໂອໂຕ VinFast. (ພາບ:tuoitre.vn)

ໝາກຜົນນີ້ບໍ່ພຽງແຕ່ພິສູດໃຫ້ເຫັນວ່າຊາວຫວຽດນາມ ສາມາດເຮັດໄດ້ບັນດາສິ່ງທີ່ໂລກເຮັດໄດ້, ສໍາຄັນ ແລະ ແທດຈິງກວ່າ ແມ່ນປະກອບສ່ວນເຂົ້າໃນບັນດາໝາກຜົນເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ປະເທດຊາດ, ມຸ່ງໄປສູ່ເປົ້າໝາຍສ້າງສາປະເທດໃຫ້ມີຄວາມຮັ່ງມີ ພໍສົມຄວນໃນປີ 2045. ພ້ອມທັງມີຄວາມມຸ່ງຫວັງປາດຖະໜາວ່າ: VinFast ຄວນເປັນເຈົ້າການໃນການຮ່ວມສໍາພັນ, ຮ່ວມມືກັບບັນດາຜູ້ຜະລິດລົດໂອໂຕ ຫວຽດນາມ ເພື່ອບັນລຸລະດັບເຕີບໂຕແຮງ, ເພີ່ມກໍາລັງແຮງ, ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງຖານະບົດບາດທີ່ໝັ້ນຄົງຢູ່ຕະຫຼາດພາຍໃນ ແລະ ນໍາຂະແໜງລົດໂອໂຕຫວຽດນາມ ອອກສູ່ພາກພື້ນ ແລະ ໃນໂລກ ໂດຍໄວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2566.html

In bài biết